ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຈລະຈາກັບທ່ານອິສເມ ໂອມາ ເກເລ ປະທານາທິບໍດີຈີບູຕີໃນວັນທີ 23 ພະຈິກນີ້ຢູ່ຫໍສະພາປະຊາຊົນແຫ່ງຊາດໃນໂອກາດເດີນທາງຢ້ຽມຢາມ ສປຈີນ ທາງລັດຖະກິດ, ແລະປະມຸກລັດສອງປະເທດໄດ້ເຫັນດີຮ່ວມກັນສ້າງສາຍພົວພັນຄູ່ຮ່ວມຍຸດທະສາດ, ລົງເລິກການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ.
ທ່ານສີຈິ້ນຜິງ ກ່າວວ່າ, ທ່ານເກເລ ແມ່ນປະມຸກລັດປະເທດອາຟຣິກາຜູ້ທຳອິດທີ່ມາຢ້ຽມຢາມຈີນຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19, ເຊິ່ງເປັນການສະແດງໃຫ້ເຫັນມິດຕະພາບລະຫວ່າງສອງປະເທດມີຄວາມໜັກແໜ້ນ. ປະເທດຕົນຍິນດີຮ່ວມກັບຈີບູຕີ, ເລັ່ງລັດປະຕິບັດໝາກຜົນຂອງກອງປະຊຸມສຸດຍອດໂຈຮັນເນັສເບີກຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກາ, ຮ່ວມກັນຊຸກຍູ້ການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ລົງເລິກການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດໃຫ້ດີກວ່າເກົ່າ.
ທ່ານເກເລ ກ່າວວ່າ, ຈີບູຕີແມ່ນເພື່ອນມິດຂອງຈີນ, ຖືຈີນເປັນຄູ່ຮ່ວມມືບູລິມະສິດແລະຂາດບໍ່ໄດ້. ປະເທດຕົນຍິນດີຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ເພີ່ມທະວີການຮ່ວມມືກັບຈີນໃນຂົງເຂດພື້ນຖານໂຄງລ່າງ, ການພັດທະນາຊີວິດຂອງປະຊາຊົນແລະອື່ນໆ. ປະເທດຕົນຊົມເຊີຍຈີນທີ່ໄດ້ຕັ້ງໜ້າເຂົ້າຮ່ວມຮັກສາສັນຕິພາບຂອງອົງການສະຫະປະຊາຊາດແລະການຮ່ວມມືສາກົນຕໍ່ຕ້ານໂຈນທະເລ, ຂອບໃຈຈີນທີ່ເສີມຂະຫຍາຍບົດບາດສຳຄັນເພື່ອສັນຕິພາບແລະຄວາມຈະເລີນຮຸ່ງເຮືອງຂອງໂລກ.
ຫຼັງພົບປະ , ປະມຸກລັດສອງປະເທດໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານຮ່ວມມືດ້ານເສດຖະກິດເຕັກນິກ, ກະສິກຳແລະອື່ນໆ.