ສ້າງ​ຕັ້ງສະມາຄົມ​ໂຮງໝໍ​ຈີນ-​ເຢລະ​ມັນ​​ຢູ່​ນະຄອນຫຼວງ​​ແບກ​ແລງ
2017-11-24 15:26:14  cri 
ວັນ​ທີ 22 ພະຈິກ​ນີ້, ​ສະມາຄົມ​ໂຮງໝໍ​ຈີນ-​ເຢລະ​ມັນ​ໄດ້​ສ້າງຕັ້ງ​ຂຶ້ນ​ຢູ່​ນະຄອນຫຼວງ​ແບກ​ແລງປະ​ເທດ​​ເຢລະ​ມັນ​ໂດຍມີ​ຫົວໜ້າ​ໂຮງໝໍ, ພາກສ່ວນ​ກ່ຽນຂ້ອງ ​ແລະ​ຜູ້ຕາງໜ້າ​ສະຖານທູດ​ເກືອບ 100 ທ່ານເຂົ້າ​ຮ່ວມ.

​ໃນ​ພິທີ​ດັ່ງກ່າວ, ທ່ານ​ວັງ​ສິ່ງ​​ເພິ​ງ ຫົວໜ້າ​ໂຮງໝໍ​ປະຊາຊົນ​​ເລກ​ໜຶ່ງກຳ​ແພງນະຄອນ​ຊຽງ​ໄຮ ​ເຊິ່ງ​ເປັນໜຶ່ງ​ໃນ​ຜູ້​ລິ​ເລີ່​ມ​ສະມາຄົມ​ໂຮງໝໍ​ຈີນ-​ເຢລະ​ມັນ ​ແລະ​ຕາງໜ້າ​ສະມາ​ຊິກ​ຊຸດ​ທຳ​ອິດໄດ້​ຍົກ​ໃຫ້​ເຫັນ​ສິ່ງ​ທ້າ​ທາຍ​ທີ່​ລະບົບ​ໂຮງໝໍ​ດີ​ນຜະ​ເຊີນ​ໜ້າ.​ ​ແນວ​ໃດ​ກໍ​ດີ, ຕົນເຫັນ​ວ່າ ການ​ສ້າງ​ຕັ້ງສະມາ​ຄົມ​ໂຮງໝໍ​ຈີນ-​ເຢລະ​ມັນນີ້​ຈະ​ເປີດ​ໜ້າ​ໃໝ່​ໃນ​ການ​ພັດທະນາ​ການ​ແພດ ​ແລະ​ສາ​ມາ​ລະນະ​ສຸກ​ຂອງສອງ​ຊາດ.

​ໃນຕໍ່ໜ້າ​ນີ້​ຄາດ​ວ່າ​ມີ​​ໂຮງໝໍ​ສອງ​ປະ​ເທດ​ຫຼາຍ​ແຫ່ງຈະ​ເຂົ້າ​ຮ່ວມ​ສະມາຄົມ​ດັ່ງກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ