ການ​ສົນ​ທະ​ນາ​ລ​ະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ຕ່າງໆໃນ​ໂລກ​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້
2017-11-25 16:55:30  cri 
ການ​ສົນ​ທະ​ນາ​ລ​ະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ຕ່າງໆ​ໃນ​ໂລກ​ຈະ​ຈັດ​ຂຶ້ນແຕ່​ວັນ​ທີ 30 ພະ​ຈິກ​ຫາ​ວັນ​ທີ 3 ທັນ​ວາ​ໜ້າ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ​ສ​ປ ຈີນ ເຊິ່ງ​ເປັນ​ການ​ເຄື່ອນ​ໄຫວ​ທາງ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຄັ້ງ​ທຳ​ອິດ​ທີ່​ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ,ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈະ​ກ່າວ​ປາ​ໄສ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ດັ່ງ​ກ່າວ.

ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້, ທ່ານ​ໂກ​ວ່​ເຢ້​ໂຈ່ວ ຮອງ​ຫົວ​ໜ້າ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຢືນ​ຢັນ​ວ່າ ນັບ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ສິ້ນ​ສຸດ​ລົງ​ເປັນ​ຕົ້ນ​ມາ, ປະ​ຊາ​ຄົມ​ໂລກ​ໂດຍ​ສະ​ເພາະ​ພັກ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ຕ່າງ​ກໍ​ຫວັງ​ຢາກ​ລົງ​ເລິກ​ເຂົ້າ​ໃຈ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ເນື້ອ​ໃນ​ທີ່​ອຸ​ດົມ​ສົມ​ບູນ​ຂອງ​ແນວ​ຄິດ​ສີ​ຈິ້ນ​ຜິງ​ກ່ຽວ​ກັບ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ແລະ​ຮັບ​ຮູ້​ຈຸດ​ຢືນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ວ່າ​ດ້ວຍ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ,ຮ່ວມ​ກັນ​ສ້າງ​ໂລກ​ທີ່​ສວຍ​ງາມ. ການ​ທີ່​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້,​ຂະ​ນະ​ແນະ​ນຳ​ເນື້ອ​ໃນ​ຈິດ​ໃຈ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ ເພື່ອ​ຕອບສະ​ໜອງ​ຕາມຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຄົມ​ໂລກ​ນັ້ນ​ກໍ​ເປັນ​ການ​ສ້າງ​ເວ​ທີ​ການ​ສົນ​ທະ​ນາ​​ລະ​ດັບ​ສາ​ກົນສຳ​ລັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​ການ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ.

ຂ່າວ​ແຈ້ງວ່າ: ກອງ​ປະ​ຊຸມ​ດັ່ງ​ກ່າວ​​ແມ່ນເທື່ອ​ທຳ​ອິດ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ຈັດກອງ​ປະ​ຊຸມ​ສົນ​ທະ​ນາ​ກັບ​ການ​ນຳ​ຂັ້ນ​ສູງ​ຂອງ​ພັກ​ການ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ​ໂດຍ​ຜູ້​ນຳ​ຂອງ 200 ກວ່າ​ພັກ​ແລະ​ອົງ​ການ​ການ​ເມືອງ​ຈາກ 120 ກວ່າ​ປະ​ເທດ​ຈະ​ຫາ​ລື​​ຫົວ​ຂໍ້ "ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ສວຍ​ງາມ: ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພັກ​ການ​ເມືອງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ