ທ່ານໂຣມານາ ເອກອັກຄະລັດຖະທູດຟີລິບປິນປະຈຳຈີນກ່າວປາໄສໃນກອງປະຊຸມ
ກອງປະຊຸມສຸດຍອດຊາວໜຸ່ມຈີນ-ອາຊຽນຄັ້ງທີ 2 ໃນຫົວຂໍ້ "ຕ້ອນຮັບການປ່ຽນແປງໃໝ່, ເກາະແຂນກ້າວເດີນໄປໜ້າພ້ອມກັນ"ໄດ້ໄຂຂຶ້ນຢູ່ສູນແລກປ່ຽນຢິ່ງເຈມະຫາວິທະຍາໄລປັກກິ່ງ ສປ ຈີນໃນວັນທີ 24 ພະຈິກນີ້ໂດຍທ່ານໂຣມານາ ເອກອັກຄະລັດຖະທູດແລະທ່ານແຟຣນກ໌ ໂອເລຍ ທີ່ປຶກສາທູດສະຖານທູດຟີລິບປິນປະຈຳຈີນ, ທ່ານອູເວີຍ ຮອງເລຂາທິການສະຫະພັນຊາວໜຸ່ມຈີນ, ທ່ານຊຸນຈ້ຽນຮວາ ຮອງຫົວໜ້າຄະນະການສຶກສາ,ວັດທະນະທຳແລະທ່ອງທ່ຽວຈີນ-ອາຊຽນໄດ້ແລກປ່ຽນຄວາມຄິດເຫັນກັບຜູ້ຕາງໜ້າຊາວໜຸ່ມຈີນແລະບັນດາປະເທດອາຊຽນ ຢ່າງສະໜິດສະໜົມ.
ກອງປະຊຸມຄັ້ງນີ້ຈັດຂຶ້ນໂດຍການເປັນເຈົ້າພາບຂອງສະມາຄົມອາຊີຕາເວັນອອກສຽງໃຕ້ມະຫາວິທະຍາໄລປັກກິ່ງ ເຊິ່ງຈະດຳເນີນເປັນເວລາ 3 ວັນ ມີ 176 ຄົນເຂົ້າຮ່ວມ ລວມທັງຜູ້ຕາງໜ້ານັກສຶກສາຈາກບັນດາປະເທດອາຊຽນທີ່ກຳລັງສຶກສາຕໍ່ຢູ່ຈີນ ແລະຜູ້ເຂົ້າຮ່ວມກອງປະຊຸມໄດ້ຫາລືບັນຫາຕ່າງໆເປັນຕົ້ນ ວິໄສທັດປີ 2030 ແຫ່ງການຮ່ວາມມືລະຫວ່າງຊາວໜຸ່ມຈີນ-ອາຊຽນ, ໂຄງການສະຫະພັນການທ່ອງທ່ຽວເພື່ອການກຸສົນຂອງຊາວໜຸ່ມຈີນ-ອາຊຽນ,ແຜນການດຳເນີນງານຂອງຊາວໜຸ່ມຂອບການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ, ສະຫະພັນການສຶກສາເຄືອຂ່າຍອາຊີຕາເວັນອອກສຽງໃຕ້, ການແກ້ໄຂບັນຫາມົນລະພິດສິ່ງແວດລ້ອມຂ້າມຊາດ ກໍຄືຮ່ວມມືພັດທະນາສິ່ງກໍ່ສ້າງໃຊ້ທາງພົນລະເຮືອນຢູ່ທະເລຈີນໃຕ້ແລະກໍ່ສ້າງລະບົບຄຸ້ມຄອງການບໍລິການສາທາລະນະແລະອື່ນໆ. ນອກຈາກຈຳລອງກອງປະຊຸມສຸດຍອດແລ້ວ ຍັງຈະຈັດເວທີປຶກສາຫາລືໃນຫົວຂໍ້ສະເພາະແລະງານລາຕີວັດທະນະທຳອາຊີຕາເວັນອອກສຽງໃຕ້ທີ່ມີເອກະລັກພິເສດ. ນອກນີ້, ກອງປະຊຸມສຸດຍອດຄັ້ງນີ້ຍັງໄດ້ຈັດກິດຈະກຳຕ່າງໆເປັນພິເສດເປັນຕົ້ນ ການຢ້ຽມຢາມສະຖານທູດ, ການປະກວດ10 ບຸກຄົນແລະເຫດການເດັ່ນຂອງຈີນ-ອາຊຽນ ແລະການແຂ່ງຂັນປະດິດສ້າງແລະປະກອບທຸລະກິດຊາວໜຸ່ມຈີນ-ອາຊຽນອີກດ້ວຍ.