ທ່ານ​ສີ​ຈິ້ນ​ຜີງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ຜູ້​ບັນ​ຊາ​ການ​ສູງ​ສຸດກອງ​ທັບ​ມຽນ​ມາ
2017-11-25 14:30:03  cri 


ຕາມ​ຂ່າວCRI:ວັນ​ທີ 24 ພະ​ຈິກ​ນີ້ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ສີ​ຈິ້ນ​ຜີງ, ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​​ຈີນໄດ້​ຕ້ອນ​ຮັບ​ທ່ານມິນ ອອງ ລາຍ, ຜູ້​ບັນ​ຊາ​ການ​ສູງສຸດ​ກອງ​ທັບ​ປ້ອງ​ກັນ​ຊາດ​ມຽນ​ມາ​ໂອ​ກາດເດີນ​ທາງ​​ຢ້ຽມ​ຢາມ​ຈີນ. ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ຈີນ​ເຄົາ​ລົບ​​ອະ​ທິ​ປະ​ໄຕ​ແລະ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​​ມຽນ​ມາ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ສົນ​ໃຈ​ຕໍ່​ຂະ​ບວນ​ການ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ມຽນ​ມາຢ່າງ​ສູງ, ແລະ​ຍິນ​ດີ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ຕົນຢ່າງ​​ສ້າງ​ສັນ, ປົ​ກ​ປ້ອງ​ຄວາມ​ໝັ້ນ​ຄົງແລະ​ສະ​ຖຽນ​ລະ​ພາບຕາມ​ຊາຍ​ແດນ​ລະ​ຫວ່າງ​ຈີນ​ກັບ​ມຽນ​ມາ.

ທ່ານ​ສີ​ຈິ້ນ​ຜີງ​ກ່າວຕື່ມ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໄດ້​ວາງ​ແຜນ​ການ​ພັດ​ທະ​ນາ​ການ​ປະ​ຕິ​ຮູບດ້ານ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ຂອງ​ຈີນ​ໃນ​ໄລ​ຍະ​ຕໍ່​ໜ້າ​ເຊິ່ງຈະ​ທຸ່ມ​ແທ​ພະ​ລັງ​ຊຸກ​ຍູ້​ທີ່​ແຂງ​ແຮງເຂົ້າ​ໃນ​ການ​ພັດ​ທະ​ນາ​ຂອງ​ຕົນແລະກໍ​ຈະ​ສ້າງ​ໂອ​ກາດ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ໃນ​ທົ່ວ​ໂລກ​​ລວມ​ທັງ​ມ​ຽນ​ມາ​ກັບ​ຈີນ. ​​ສອງ​ຝ່າຍຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ, ຄຳ​ນຶງ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ກັນ​ແລະ​ກັນ. ປັດ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງສອງກອງ​ທັບ​ຈີນ​-ມຽນ​ມາ​ພວມ​ຢູ່​ໃນ​ໄລ​ຍະທີ່​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ, ລັດ​ຖະ​ບານ​ຈີນ​ສະ​ໜັບ​ສະ​ໜູນ​ໃຫ້​ສອງ​ກອງ​ທັບ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຫວັງ​ວ່າ​ສອງ​ກອງ​ທັບ​ຈະ​ສືບ​ຕໍ່​ສຸມ​ໃສ່​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ແລະ​ສັນ​ຕິ​ພາບ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້​ນ​.

ທ່ານ​ມິນ ອອງ ລາຍກ່າວ​ວ່າ, ມຽນ​ມາ​ແລະ​ຈີນ​ແມ່ນ​ປະ​ເທດ​ໃກ້​ຄຽງກັນ, ມຽນ​ມາ​ຂອບ​ໃຈຈີນ​ຢ່າງ​ຈິງ​ໃຈ​​ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​​ການ​ສ້າງ​ສາ​​ປະ​ເທດ​ແລະ​ກອງ​ທັບ​ຂອງ​ມຽນ​ມາ, ຂອບ​ໃຈຈີນ​ທີ່​​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ສັນ​ຕິ​ພາບ​ພາຍ​ໃນ​ປະ​ເທດ​ມຽນ​ມາ. ມຽນ​ມາ​ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກັບ​ຈີນ.

ທ່ານ​ມິນ ອອງ ລາຍ​ພ້ອມຄະ​ນະ​ໄດ້ເດີນ​ທາງ​ຢ້ຽມ​ຢາມ​​ຈີນ​ໃນ​ວັນ​ທີ 21 ພະ​ຈິກ​ນີ້ແລະໃນ​ຫຼາຍ​ມື້​ຜ່ານ​ມາ, ທ່ານ​ໄດ້​ພົບ​ປະ​ກັບ​ຜູ້​ນຳກອງ​ທັບ​ຈີນຫຼາຍ​ທ່ານໂດຍສອງ​ຝ່າຍ​​ເປັນ​ເອ​ກະ​ສັນ​ກັນ​ເຫັນວ່າ​ຈະ​ເພີ່​ມ​ທະ​ວີ​ການ​ແລ​ກ​ປ່ຽນ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງສອງກອງ​ທັບ​ມຽນ​ມາ​ແລະ​ຈີນ, ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ຢ້ຽມ​ຢາມກັນ​ລະ​ຫວ່າງບຸກ​ຄະ​ລາ​ກອນ​ສອງ​ຝ່າຍ, ລົງ​ເລິກ​ການ​ແລກ​ປ່ຽນ​ດ້ານ​ວິ​ຊາ​ການ, ​ການ​ເຝິກ​ຊ້ອມ​ແລະ​ຂົງ​ເຂດ​ອື່ນໆ, ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ຊາຍ​ແດນ, ຮ່ວມ​ກັນ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ຕາມຊາຍ​ແດນ, ປົກ​ປ້ອງ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພ​າກ​ພື້ນ​ແລະປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຮ່ວມ​ຂອງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ