​ງານສັນ​ຈອນ​ວາງ​ສະ​ແດງປຶ້ມ​ຈີນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ທຳ​ອິດຈັດ​ຂຶ້ນ​ຢູ່​ໄທ
2017-11-25 15:26:00  cri 
ຕາມ​ຂ່າວCRI:ວັນ​ທີ 24 ພະ​ຈິກ​ນີ້, ງານ​ສັນ​ຈອນ​ວາງ​ສະ​ແດງ​ປຶ້ມ​ຈີນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ທຳ​ອິດຈັດ​ໄດ້​ໄຂ​ຂຶ້ນ​ຢູ່​ສູນ​ວາງ​ສະ​ແດງ​ແຫ່ງ​ຊາດພະລາ​ຊີ​ນີ​ສິ​ຣິ​ກິດ​ບາງກອກ, ໂດຍປຶ້ມ​ຈີນ​ກວ່າ 5 ໝື່ນປຶ້ມໄດ້​ນຳ​ມາ​ວາງ​ສະ​ແດງ​ຢູ່​ປະລຸ່ມເຂດ​ແມ່​ນ້ຳ​ຂອງລວມ​ທັງ​ໄທ, ກຳ​ປູ​ເຈຍ, ລາວ​ແລະ​ມຽນ​ມາ​ດ້ວຍ​ຮູບ​ແບບ​ການ​ວາງ​ສະ​ແດງ​​ຢູ່​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ.

ງານ​ວາງ​ສະ​ແດງ​ປຶ້ມ​ຢູ່​ນະ​ຄອນ​ຫຼວງ​ບາງກອກ​ຈະ​ດຳ​ເນີນ​ເປັນ​ເວ​ລາ 3 ວັນ, ໄດ້​ວາງ​ສະ​ແດງ​ປຶ້ມ​​ຊະ​ນິດ​ຕ່າງໆລວມ​ທັງ "ຄຳ​ເຫັນ​ຂອງທ່ານ​ສີ​ຈິ້ນ​ຜີງ​​ກ່ຽວ​ກັບ​ການ​ປົກ​ຄອງ​ປະ​ເທດແລະ​ການ​ຄຸ້ມ​ຄອງ​ຣັດ""ທ່ານ​ສີ​ຈິ້ນ​ຜີງ​ເລົ່າ​ເລື່ອງ""ຫຼຸດ​ພົ້ນ​​ຈາກ​ຄວາມ​ທຸກ​ຍາກ" ແລະ​ປຶ້ມ​ອື່ນໆ​​ທີ່​ເນັ້ນ​ການ​ບັນ​ລະ​ຍາຍ​ທັດ​ສະ​ນະ​ໃໝ່​ແລະແນວ​ຄວາມ​ຄິດ​ໃໝ່ດ້ານ​ການ​ປົກ​ຄອງ​ປະ​ເທດແລະ​ການ​ຄຸ້ມ​ຄອງ​ຣັດ​​ຂອງ​ສູນ​ກາງ​ພັກກອມ​ມູ​ນິດ​ຈີນ, ແລະ​ສະ​ແດງ​ເຖິງ​ຄ່າ​ນິ​ຍົມ​ໃຈ​ກາງ​ຂອງ​ສັງ​ຄົມ​ນິ​ຍົມ​ຈີນ​ໃນຍຸກ​ປັດ​ຈຸ​ບັນ. ໄດ້​ຕີ​ຄວາມ​ໝາຍຄວາມໃຝ່​ຝັນຂອງ​ຈີນ​ແລະເລົ່າເລື່ອງ​ຈີນຈາກແງ່​ມຸມຕ່າງໆ, ໄດ້​ໄຂ​ປ່ອງ​ຢ້ຽມ​ທີ່​ສຳ​ຄັນ​ໃຫ້ແກ່​ປະ​ຊາ​ຊົນ​​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃນ​ການ​ຮັບ​ຮູ້​ນຳ​ສະ​ພາບ​ການ​ພັດ​ທະ​ນາ​ໃນ​ປັດ​ຈຸ​ບັນ​ນີ້​ຂອງ​ຈີນ​ແລະ​ສຳ​ຜັດ​ກັບ​ວັດ​ທະ​ນະ​ທຳ​ຂອງ​ຈີນ.

ຂ່າວ​ແຈ້ງວ່າ, ປຶ້ມ​ທີ່​ນຳ​ໄປ​ສັນ​ຈອນ​ວາງ​ສະ​ແດງ​ຢູ່​ໄທ, ກຳ​ປູ​ເຈຍ, ລາວແລະມຽນ​ມາ​ເທື່ອ​ນີ້ 1 ໝື່ນກວ່າ​ຊະ​ນິດ,  5 ໝື່ນກວ່າ​ປຶ້ມຂະ​ນະ​ທີ່ນະ​ຄອນ​ຫຼວງ​ບາງກອກ​ຂອງ​ໄທ​ແມ່ນ​ບ່ອນ​ວາງ​ສະ​ແດງ​ຕົ້ນ​ຕໍ​ຂອງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ