ນາ​ຍົກ​ຈີນ​​ຢ້ຽມ​ຢາມ​ຮົງ​ກາ​ຣີ​ແລະ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 16 ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ
2017-11-26 14:26:33  cri 
ໂດຍ​ຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ວິກ​ໂຕ ໂອ​ບັນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຮົງ​ກາ​ຣີ​ແລະ​ທ່ານດີ​ມິ​ຕ​ຣີ ເມັດ​ເວ​ເດ​ຟ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຣັດ​ເຊຍ, ທ່ານ​ຫຼີ​ເຄີ້​ສຽງ ນາ​ຍົ​ກ​ລັດ​ຖະ​ມົ​ນ​ຕີ​ຈີນ​ໄດ້​ຂີ່​ຍົນ​ພິ​ເສດ​ເດີນ​ທາງຈາກ​ນະ​ຄອນ​ຫຼວງ​ປັກ​ກິ່ງໃນ​ຕອນ​ເຊົ້າ​ວັນ​ທີ 26 ພະ​ຈິກ​ນີ້, ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ພົບ​ປະລະ​ຫວ່າງ​ຜູ້​​ນຳ​ຈີນ-​ປະ​ເທດເອີ​ລົບ​ກາງ​ແລະ​​ຕາ​ເວັນ​ອອກ​ຄັ້ງ​ທີ 6 ທີ່​ຈະ​ຈັດ​ຂຶ້ນ​ຢູ່ນະ​ຄອນ​ຫຼວງ​ບູ​ດາ​ແປັດ​ສ໌​ປະ​ເທດ​ຮົງ​ກາ​ຣີ,  ຢ້ຽມ​ຢາມປະ​ເທດ​ດັ່ງ​ກ່າວ​ຢ່າງ​ເປັນ​ທາງ​ການ​, ແລະ​ຈາກ​ນັ້ນ​ກໍເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ພາ​ມົນ​ຕີ​ຫົວ​ໜ້າ​ລັດ​ຖະ​ບານຄັ້ງ​ທີ 16 ຂອງ​ອົງ​ການ​ຮ່ວມ​ມື​ຊຽງ​ໄຮ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ໂຊ​ຊີ​ປະ​ເທດ​ຣັດ​ເຊຍ​ອີກ​ດ້ວຍ​​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ