ທ່ານ​ສີ​ຈິ້ນ​ຜິງ ສົ່ງໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງໄປ​ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ
2017-11-26 14:38:04  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເຫັນ​ໃຈ​ເຖິງ​ທ່ານອັບ​ເດວ ຟາ​​ຕາ ​ອານ​ຊີ​ຊີ ປະ​ທ​າ​ນາ​ທິ​ບໍ​ດີ​ເອ​ຢິບ​ໃນ​ວັນ​ທີ 25 ພະ​ຈິກ​ນີ້, ​ເພື່ອສະ​ແດງ​ຄວາມ​ເສົ້າ​ສະ​ຫຼົດ​ໃຈ​ຕໍ່​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຢ່າງ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າ​ແຫ່ງ​ໜຶ່​ງ​ຢູ່​ເມືອງ​ອາ​ຣິ​ສ​ແຂວງ​ຊິ​ໄນ​ເໜືອ​ປະ​ເທດ​ເອ​ຢິບ​ໃນ​ວັນ​ທີ 24 ພະ​ຈິກ​ນີ້, ແລະ​ສະ​ແດງ​ຄວາມ​ເຫັນ​ໃຈ​ຢ່າງ​ສຸດ​ຊຶ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຊີ​ຊີ, ຍາດ​ຕິ​ພີ່​ນ້ອງ​ຂອງ​ຜູ້​ເສຍ​ຊີ​ວິດ​ແລະ​ຜູ້​ໄດ້​ຮັບ​ບາດ​ເຈັບ​ໃນ​ເຫດ​ການ​ດັ່ງ​ກ່າວ.

​ໃນ​ໂທ​ລະ​ເລກ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ ​ຊີ້​ວ່າ, ​ຈີນ​ຄັດ​ຄ້ານ​ລັດ​ທິ​ກໍ່​ການ​ຮ້າຍ​ໃນ​ທຸກ​ຮູບ​ແບບ​ຢ່າງ​ເດັດ​ດ່ຽວ, ແລະ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ຄັ້ງ​ນີ້. ນອກ​ນີ້, ຈີນ​ເດັດ​ດ່ຽວ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ເອ​ຢິບໃນ​ການ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຂອງ​​ປະ​ເທດແລະ​ຕໍ່​ຕ້ານ​ລັດ​ທິ​ກໍ່​ການ​ຮ້າຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ