ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ເອ​ຢິບ​ເພີ່ມ​ຂຶ້ນ​ເປັນ 305 ຄົນ
2017-11-26 15:07:23  cri 
ອະ​ທິ​ໄອ​ຍາ​ການ​ເອ​ຢິບອອກ​ຖະ​ແຫຼງ​ການ​ໃນ​ວັນ​ທີ 25 ພະ​ຈິກ​ນີ້​ວ່າ, ເຫດ​ການ​ໂຈມ​ຕີ​ແບບ​ກໍ່​ການ​ຮ້າຍ​ທີ່​ເກີດ​ຂຶ້ນ​ຢູ່​ສຸ​ເຫຼົ່າ​ປະ​ເທດ​ຕົນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ​ເສຍ​ຊີ​ວິດ 305 ຄົນ​ແລະ​ບາດ​ເຈັບ 128 ຄົນ. ຂະ​ນະ​ທີ່ຜູ້​​ກໍ່​ເຫດໄດ້​ຖື​ທຸງ​ກຸ່ມ IS.

ສຸ​ເຫຼົ່າ​ທີ່​ເປັນ​ເປົ້າ​ໝາຍ​ການຫຼອນ​ໂຈມ​ຕີດັ່ງ​ກ່າວ​ຫ່າງ​ຈາກນະ​ຄອນ​ອາ​ຣິ​ສ​​ເທດ​ສະ​ບານ​ແຂວງ​ຊິ​ໄນໄປ​ທາງ​ຕາ​ເວັນ​ຕົກ​ປະ​ມານ 40 ກິ​ໂລ​ແມັດ. ໃນ​ເວ​ລາ​ເກີດ​ການ​ໂຈມ​ຕີ, ມີປະ​ຊາ​ຊົນ​ພວມນະ​ມັດ​ສະ​ການຢູ່​ໃນ​ສຸ​ເຫຼົ່າ​ຢ່າງ​ຫຼວງ​ຫຼາຍ.

​ຖະ​ແຫຼງ​ການ​ລະ​ບຸ​ວ່າ, ພວກ​ກໍ່​ການ​ຮ້າຍ​ທີ່​ກໍ່​ການ​ໂຈມ​ຕີ​​ຄັ້ງ​ນີ້ມີ​ປະ​ມານ 25 ຫາ 30 ຄົນ, ​ເຂົາ​ເຈົ້າ​ໄດ້​ຂີ່​ລົດ​ພາກ​ສະ​ໜາມ 5 ຄັນ​ໄປ​ເຖິງ​ສຸ​ເຫຼົ່າ​ແລ້ວ, ຖິ້ມ​ລູກ​ລະ​ເບີດ​ແລະ​ຍິງ​ປືນ​ໃສ່​ສຸ​ເຫຼົ່າ. ​ທັງ​ກວັດ​ແກວ່ງ​ທຸງ​ດຳ​ທີ່​ເປັນ​ທຸກ​ກຸ່ມ IS ຂະ​ນະ​ຍິງ​ປືນ​, ຫຼັງ​ຈາກ​ນັ້ນກໍ​ຈູດ​ເຜົາ​ລົດ​ຈຳ​ນວນ​ໜຶ່ງ​ທີ່​ຈອດ​ຢູ່​ເຂດ​ອ້ອມ​ຂ້າງ​ສຸ​ເຫຼົ່າ​ແລ້ວ​ຂີ່​ລົດ​ພາກ​ສະ​ໜາມ​ໜີ​ໄປ.
​ມາ​ຮອດ​ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ອົງ​ການ​ໃດໆ​ອອກ​ມາ​ກ່າວ​ອ້າງຄວາມ​ຮັບ​ຜິດ​ຊອບ​ຕໍ່​ເຫດ​ການ​ໂຈມ​ຕີ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ