6ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ສ້າງ​ຕັ້ງ​ສະ​ຫະ​ພັນ​ອາ​ຊີ​ວະ​ສຶກ​ສາ
2017-11-27 16:07:05  cri 
ຂ່າວ​ສານ​ຈີນ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ໂຕະ​ມົນ​ສະ​ຫະ​ພັນ​ອາ​ຊີ​ວະ​ສຶກ​ສາ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​​ນະ​ຄອນ​ຄຸນ​ມິງ ແຂວງ​ຢຸນ​ນານ ສ​ປ ຈີນ​ໃນ​ວັນ​ທີ 24 ພະ​ຈິກ​ນີ້​ໂດຍ​ເຈົ້າ​ໜ້າ​ທີ່​​ຂະ​ແໜງ​ການ​ສຶກ​ສາ, ​ຊ່ຽວ​ຊານ,ນັກ​ວິ​ຊາ​ການ​ຈີນ, ລາວ, ກຳ​ປູ​ເຈຍ, ມຽນ​ມາ,ໄທ​ແລະ​ຫວຽດ​ນ​າມ​ໄດ້ເປັນ​ເອ​ກະ​ພາບ​ກັນ​ສ້າງ​ຕັ້ງ​ສ​ະ​ຫ​ະ​ພັນ​ອາ​ຊີ​ວະ​ສຶກ​ສາ.

ສ​ະ​ຫະ​ພັນ​ດັ່ງ​ກ່າວ​ລິ​ເລີ່ມ​ສ້າງ​ຂຶ້ນ​ໂດຍ​ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ຈີນ​ເຊິ່ງ​ມີ​ຈຸດ​ປະ​ສົງ​ເພື່ອ​ເຕົ້າ​ໂຮມ​ຊັບ​ພະ​ຍາ​ກອນ​ອາ​ຊີ​ວະ​ສຶກ​ສາ​ຂອງ 6 ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງສຸມ​ໃສ່​​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ເສດ​ຖະ​ກິດ​ຂອງ 6 ປະ​ເທດ​ດັ່ງ​ກ່າວຕາມ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ, ຜ່ານ​ຈາກ​ການ​ບຳ​ລຸງ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ດ້ານ​ເຕັກ​ນິກ​ແລະ​ສີ​ມື​ແຮງ​ງານ​ແບບ​ປະ​ຍຸກ, ຮ່ວມ​ມື​ດ້ານ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ,ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ​ແລະ​ວິ​ຊາ​ການ​ເພື່ອ​ຮັບ​ປະ​ກັນ​ດ້ານ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ,ສົ່ງ​ເສີມ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໃນ​ອະ​ນຸ​ພາກ​ພື້ນ. ປັດ​ຈຸ​ບັນ,ມະ​ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ໄດ້​ສ້າງ​ຕັ້ງ​ວິ​ທະ​ຍາ​ໄລ​ວິ​ຊາ​ຊີບ​ສາ​ກົນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ທີ່​ນຳ​ພາ​ແລະ​ຫາ​ລື​ຮ່ວມ​ໂດຍ​ລັດ​ຖະ​ບານ 6 ປະ​ເທດ​ລຸ່ມ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ.

ທ່ານ​ສາຍ​ຄຳ​ພັນ​ທະ​ວົງ ​ອຳ​ນວຍ​ການ​ວິ​ທະ​ຍາ​ໄລ​ເຕັກ​ນິກປາກ​ປ່າ​ສັກປະ​ເທດ​ລາວ​ກ່າ​ວ່າ: ການ​ຜູກ​ແໜ້ນ​ເປັນ​ສະ​ຫະ​ພັນ​ກໍ​ມີ​ຜົນ​ດີ​ຕໍ່​ການ​ຈັດ​ສັນ​ຊັບ​​ພະ​ຍາ​ກອນ​ການ​ສຶກ​ສາ​ຂອງ​ບັນ​ດາ​ປະ​ເທດ, ຫຼຸດ​ຄວາມ​ແຕກ​ໂຕນ​ກັນ​ດ້ານ​ການ​ສຶກ​ສາ​ຂອງ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ ເຮັດ​ໃຫ້​ປະ​ເທດ​ຕ່າງໆ​ສາ​ມາດ​ເຊື່ອມ​ໂຍງ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ພາກ​ພື້ນ​ໃຫ້​ດີກວ່າ​ເກົ່າ. ​ຈາກ​ນີ້​ຈິ່ງ​ຢືນ​ຢັນ​ວ່າ ບໍ່​ວ່າ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ກໍ​ຄື​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ກໍ​ລ້ວນ​ແຕ່​ຕ້ອງ​ການ​ສິ່ງ​ຄ້ຳ​ປະ​ກັນ​ຈາກ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ສົມ​ຄູ່​ກັນ ດ້ວຍ​ເຫດ​ນີ້, ອາ​ຊີ​ວະ​ສຶກ​ສາ​ຈິ່ງ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ດ້ານ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ