ວັນທີ 26 ພະຈິກນີ້, ເຈົ້າໜ້າທີ່ສະຖານທູດຈີນປະຈຳອີຣານ ແລະອົງການອາຫານໂລກຂອງສປຊເປີດເຜີຍວ່າ: ຈີນໄດ້ສະໜອງເງິນໃຫ້ຊາວອົບພະຍົບອີຣານໂດຍຜ່ານອົງການອາຫານໂລກເຖິງ 1 ລ້ານໂດລາສະຫະລັດ ເພື່ອຊື້ອາຫານ ແລະເຄື່ອງໃຊ້ສວຍໃຫ້ຊາວອົບພະຍົບ.
ທ່ານນາງ ເນກາ ເຈຣາມີ ຜູ້ຕາງໜ້າອົງການອາຫານໂລກປະຈຳອີຣານໄດ້ສະແດງຄວາມຂອບໃຈລັດຖະບານຈີນທີ່ໄດ້ຊ່ວຍເຫຼືອຊາວອົບພະຍົບອີຣານ ທັງໄດ້ກ່າວຢືນຢັນວ່າ: ພາຍຫຼັງໄດ້ຮັບເງິນຊ່ວຍເຫຼືອແລ້ວ, ອົງການຕົນໄດ້ຊື້ື້ແປ້ງສາລີ 1200 ໂຕນ, ເຂົ້າສານ, ນ້ຳຕານ ແລະນ້ຳມັນແກ່ນດອກຕາເວັນ ເຊິ່ງໃນປີນນີ້ຈະແຈກຢາຍອາຫານດັ່ງກ່າວໃຫ້ຊາວອົບພະຍົບອັບການິສະຖານ ແລະອີຣານ 30 ພັນຄົນ.
ຊຸມປີຜ່ານມາ, ພາກພື້ນຕາເວັນອອກກາງເກີດຄວາມວຸ້ນວາຍ ເຮັດໃຫ້ປະຊາຊົນຂາດບ່ອນຢູ່ອາໄສ.