ກຳ​ປັ່ນ​ບັນ​ທຸ​ກນ້ຳ​ມັນ​ປາມມາ​ເລ​ເຊຍ​ຖືກ​ປຸ້ນ
2017-11-27 10:14:21  cri 
ເຈົ້າ​ໜ້າ​ທີ່ກົມ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ​ມາ​ເລ​ເຊຍ​​ເປີດ​ເຜີຍ​ໃນ​ວັນ​ທີ 24 ພະ​ຈິກ​ນີ້​ວ່າ, ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​​ປາມ​ 3700 ໂຕນ​ຂອງ​ປະ​ເທດ​ຕົນ​ຖືກ​ປຸ້ນ​​ຢູ່​ເຂດ​ທະ​ເລ​ໃກ້​​ອິນ​ໂດ​ເນ​ເຊຍ ແລະ ນ້ຳ​ມັນ​ໃນ​ກຳ​ປັ່ນ​ຖືກ​ລັກ​ໝົດ.

ຖະ​ແຫຼງ​ການ​ຂອງ​ກົມ​ດັ່ງ​ກ່າວ​ຂຽນ​ວ່າ, ຕາມ​ແຜນ​ການ, ກຳ​ປັ່ນ​ລຳ​ນີ້​ ​ພ້ອມ​ດ້ວຍກຳ​ປັ່ນ​ລາກ​ແກ່​ລຳ​ໜຶ່ງຈະ​ເດີນ​ທາງ​ໄປ​​ເມືອງ​ເປ​ນາງ​ແຫຼມ​ມາ​ເລ​ ແລະ ຂະ​ນະ​ເດີນ​ທາງ​ກໍຖືກ​ປຸ້ນ​ຢູ່​ເຂດ​ທະ​ເລ​ມາ​ເລ​ເຊຍ ໂດຍພວກ​ໂຈນ​ໄດ້​ຖື​ມີດ ແລະ ມັດ​ລູກ​ເຮືອ​ທັງ​ໝົດ​ແລ້ວ​ລາກ​ແກ່​ກຳ​ປັ່ນ​ລຳ​ນີ້​ໄປ.

ຖະ​ແຫຼງ​ການ​ຂຽນ​ວ່າ, ເຈົ້າ​ໜ້າ​ທີ່​ອິນ​ໂດ​ເນ​ເຊຍ​ໄດ້​ແຈ້ງ​ຕໍ່​ກົມ​ປະ​ຕິ​ບັດ​ກົດ​ໝາຍ​ທາງ​ທະ​ເລ​ມາ​ເລ​ເຊຍ​ໃນ​ວັນ​ທີ 23 ພະ​ຈິກ​ນີ້​ວ່າ, ພົບ​ກຳ​ປັ່ນ​ລຳ​ນີ້​ແລ້ວ ແລະ ລູກ​ເຮືອ 6 ຄົນ​ໃນ​ກຳ​ປັ່ນກໍ​ປອດ​ໄພ​ດີ. ຂະ​ນະ​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ກົມ​ດັ່ງ​ກ່າວ​ກ່າວ​ວ່າ, ນ້ຳ​ມັນ​ປານ​ແມ​ທີ່​ມີ​ມູນ​ຄ່າ 4 ລ້ານ 5 ແສນ​ໂດ​ລາ​ຖືກ​ລັກ​ໄປ​ໝົດ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ