ກຳ​ປູ​ເຈຍ​​ເປີດ​​ສູນ​ອົບ​ຮົມ​ຄູ​ສອນ​ພາ​ສາ​ຈີນ
2017-11-27 14:52:10  cri 
​ສູນ​ອົບ​ຮົມ​ຄູ​ສອນ​ພາ​ສາ​ຈີນກຳ​ປູ​ເຈຍ​ຈີນ​ທີ່​ເນັ້ນອົບ​ຮົມ​ຄູ​ສອນ​ພາ​ສາ​ຈີນ​ໂດຍ​ບໍ່​ເກັບ​ຄ່າ ແລະ ຍົກ​ລະ​ດັບ​ສອນ​ພາ​ສາ​ຈີນ​ຂອງ​ກຳ​ປູ​ເຈຍ ໄດ້​ເປີດ​ນຳ​ໃຊ້​ເມື່ອ​ມໍ່ໆ​ນີ້.

ທ່ານ​ເຈິ້ງ​ໝຽນ​ຟາ ຮອງ​ປະ​ທານ​ຜູ້​ປະ​ຈຳ​ການ​ສະ​ພາ​ມົນ​ຕີ​ຈີນ​ກຳ​ປູ​ເຈຍ​ກ່າວ​ໃນ​ພິ​ທີ​ເປີດ​​ວ່າ, ການ​ສຶກ​ສາ​​ພາ​ສາ​ຈີນ​ຂອງ​ກຳ​ປູ​ເຈຍ​ໄດ້​​ກ້າວ​ໜ້າ​ຂຶ້ນ​ໃນ​ຊຸມ​ປີ 1950 – 1960, ແຕ່​ກໍ​ຫ່າງ​ຫາຍ​ໄປ 20 ປີ​ຍ້ອນ​​ສົງ​ຄາມ. ແນວ​ໃດ​ກໍ​ດີ, ສະ​ພາ​ມົນ​ຕີ​ຈີນ​ກຳ​ປູ​ເຈຍ​ໄດ້​ອອກ​ແຮງ​ຟື້ນ​ຟູ​ການ​ສຶກ​ສາ​ພາ​ສາ​ຈີນ ແລະ ສົ່ງ​ເສີມ​ວັດ​ທະ​ນະ​ທຳ​ຈີນ ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ສະ​ໜັບ​ສະ​ໜູນ​ການ​ສ້າງ​ໂຮງ​ຮຽນ​ສອນ​ພາ​ສາ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ