ອະ​ທິ​ການ​ບໍ​ດີ ມ​ຊ:ຈະ​ສ້າງ​ຜູ້​ສືບ​ທອດ​ມິດ​ຕະ​ພາບ​ລາວ​-ຈີນ​ໃຫ້ຫຼາຍຂຶ້ນ
2017-11-28 11:12:56  cri 
ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ: ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ທີ່​ ເປັນ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫຍ່​ທີ່​ສຸດ​ແລະ​ມີ​ລະ​ດັບ​ສູງ​ສຸດ​ຂອງ​ລາວແລະ​ສຳ​ລັບ​ການ​ພົວ​ພັນ​ລາວ-ຈີນ​ນັ້ນ, ເມື່ອ​ມໍ່ໆ​ນີ້, ທ່ານ​ສົມ​ສີ ຍໍພັນ​ໄຊ ອະ​ທິ​ການ​ບໍ​ດີ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ໂດຍ​ຢືນ​ຢັນ​ວ່າ ຊຸມ​ປີ​ມໍ່ໆ​ມາ​ນີ້, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ໄດ້​ແລກ​ປ່ຽນ​ຄູ​ອາ​ຈານແລະ​ການຢ້ຽມ​ຢາມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ເຂດກວາງ​ຊີ, ແຂວງ​ຢຸນ​ນານ, ແຂວງ​ກຸ້ຍ​ໂຈ່ວ,​ກຳ​ແພງ​ນະ​ຄອນ​ຈຸ່ງ​ກິ່ງ​ແລະ​ອື່ນໆ​ຂອງ​ຈີນ 30 ກວ່າ​ແຫ່ງ ​ທັງຍັງ​ໄດ້​ຮ່ວມ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ເຫຼົ່າ​ນີ້​ເປີດ​ຮຽນ​ຊັ້ນ​ປະ​ລິນ​ຍາ​ຕີ​ແລະ​ປະ​ລິນ​ຍາ​ໂທ ​ແລະສ້າງ​ຕັ້ງ​ສູນ​ຮ່ວມ​ມື​ຈີນ-ລາວ.

ທ່ານ​ສົມ​ສີ​ກ່າວ​ຕື່ມ​ວ່າ: ລັດ​ຖະ​ບານ​ຈີນ​ແລະຫຼາຍ​ຕົວ​ເມືອງ​ກໍ​ຄື​ຫຼາຍ​ມະ​ຫາ​ວິ​ທະ​ຍາ​ໄລ​ໄດ້​​ສະ​ໜອງ​ທຶນ​ການ​ສຶກ​ສາ​​ໃຫ້ແກ່​ລາວ ເຊິ່ງ​ເປັນ​ການ​ສະ​ໜັບ​ສະ​ໜູນ​​ການ​ສຶກ​ສາ​ຂອງ​ລາວ​ຢ່າງ​ແຂງ​ແຮງ​ໂດຍ​ໄດ້​ຊ່ວຍ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ຕ້ອງ​ການເລັ່ງດ່ວນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ ລາວ. ສ່ວນ​ໃນ ຈຳ​ນວນ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ, ນັກ​ສຶກ​ສາ​ຈີນກວມ​ອັນ​ດັບ​ສອງ. ຂະ​ນະ​ທີ່​ໃນວັນ​ທີ 30 ກັນ​ຍາ​ຜ່ານ​ມາ, ​ກໍ​ໄດ້​ຈັດພິ​ທີ​ວາງ​ສີ​ລາ​ລືກ​ກໍ່​ສ້າງ​ອາ​ຄານ​ສະ​ຖາ​ບັນ​ຂົງ​ຈື້ຫຼັງ​ໃໝ່​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ​ ​ຢ່າງ​ເປັນ​ທາງ​ການ​ເຊິ່ງ​​ເປັນ​ການ​ປັບ​ປຸງ​ເງື່ອນ​ໄຂ​ການ​ຮຽນ​ການ​ສອນ​ຂອງ​ສະ​ຖາ​ບັນ​ຂົງ​ຈື້​ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ​ໃຫ້​ດີ​ຂຶ້ນ​ຢ່າງຫຼວງຫຼາຍ.

ທ່ານ​​ສົມ​ສີ​ເຊື່ອ​ໝັ້ນ​ວ່າ ໄປ​ຄຽງ​ຄູ່​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລາວ-ຈີນ​​ໄດ້ຂະ​ຫຍາຍ​ຕົວ​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ສຶກ​ສາ​ລະ​ຫວ່າງ​ສອງ​ປະ​ເທດ​ຍ່ອມ​ຈະ​ແຕກດອກ​ອອກ​​ຜົນຍິ່ງໆ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ