ຊາຍ​ໜຸ່ມ​ໃຊ້​ເງິນ 8 ແສນຢວນ​ສ້າງ​ຮ່າງເຮືອ​ບິນ​ແອ​ບັ​ສ320
2017-11-28 16:33:56  cri 

ທ້າວ ຈູ່​ເຢ້ ຊາວ​ເມືອງ​ຂ່າຍຢວນ​ແຂວງ​ລຽວ​ນິງ ສ​ປ ຈີນ ເຄີຍ​ເປັນ​ກຳ​ມະ​ກອນ​ສ້ອມ​ແປງ​ລົດ​ຈັກ​ແລະ​ເນື່ອງ​ຈາກລາວ​ມັກ​ເຮືອ​ບິນ​ມາ​ແຕ່​ນ້ອຍ​ກໍ​ເລີຍ​ ​ຝັນ​ຢາກ​ມີ​ເຮືອ​ບິນ​ເປັນ​ຂອງ​ຕົນ​ເອງ.​ຈາກ​ຄວາມ​ມັກ​ແລະ​ຄວາມ​ຝັນ, ລາວ​​ຈິ່ງໄດ້​ຮ່ວມ​ກັບ​ສ່ຽວ 5 ຄົນ​ທີ່​ມີ​ຄວາມ​ມັກ​ຄື​ກັນ​ ​ລົງ​ມື​ຜະ​ລິດ​ຮ່າງ​ເຮືອ​ບິນ​ໃນ​ຕົ້ນ​ປີ​ນີ້. ທີມ​ງານ​ທີ່​ປະ​ກອບ​ມີ 6 ຊີ​ວິດ​ນີ້​ບໍ່​ຮູ້​ແຕ້ມ​ແບບທັງບໍ່​ມີ​ຄວາມ​ຮູ້​ກົນ​ຈັກ, ​ແຕ່​ມີຄວາມ​ຝັນ​​ຄື​ກັນ​ເທົ່າ​ນັ້ນ, ​ໄດ້​ຕັດ​ສິນ​ໃຈ​ເຮັດ​ໂດຍ​ໃຊ້​ເວ​ລາ​ບໍ່​​ເຖິງ​ປີ​ແລະໃຊ້​ເງິນ 8 ແສນຢວນ, ເຫຼັກ 40 ກວ່າ​ໂຕນ​​ກໍ​ສາ​ມາດ​ເຮັດ​ໂຄງ​ຮ່າງ​ເຮືອ​ບິນ​ແອ​ບັ​ສ 320ລຳ​ໜຶ່ງ​ທີ່​ຍາວ 37 ແມັດ​ແລະກວ້າງ 36 ແມັດ(ລວມ​ເຖິງ​ປີກ​ຍົນ).

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ