ທ່ານ​ນາງ ລິວ​​ເຢັນ​ຕົ່ງ​ພົບ​ປະ​ກັບ​ຮອງ​ປະທາ​ນາ​ທິບໍດີ​ອິນ​ໂດເນ​ເຊ​ຍ
2017-11-28 17:34:37  cri 
ວັນ​ທີ 27 ພະຈິກ​ນີ້, ທ່ານ​ນາງ ລິວ​ເ​ຢັນ​ຕົ່ງ ຮອງ​ນາຍົກລັດຖະມົນຕີຈີນ​ໄດ້ພົບ​ປະ​ກັບ​ທ່ານນາງ ມຸຮຳ​ມັດ ຈຸ​ສຸ​ຟ ກັນ​ລາ ຮອງ​ປະທານາທິບໍດີ​ອິນ​​ໂດເນ​ເຊຍ ​ແລະ​​​ໃນ​​ໂອກາດ​ນີ້, ທ່ານນາງ ​ລິວ​​ເຢັນ​ຕົ່ງ​ກໍ​ໄດ້ກ່າວ​ວ່າ: ຈີນ​ ​ແລະ​ອິນ​ໂດ​ເນ​ເຊຍເປັນ​ປະ​ເທດ​ກຳລັງ​ພັດທະນາ​ໃຫຍ່, ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແບບ​ຍຸດ​ທະ​ສາດ​ໄດ້​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດສອງ​ຝ່າຍ ​ແລະ​ມີ​ຜົນ​ດີ​ຕໍ່​ສັນຕິພາບ ​ແລະ​ສະຖຽນ​ລະ​ພາບ. ຈີນ​ເອົາ​ໃຈ​ໃສ່​​ສູງ​ຕໍ່​ສາຍ​ພົວພັນ​ກັບ​ອິນ​ໂດ​ເນ​​ເຊຍ ​ແລະ​ຍິນ​ດີ​ຈັດ​ຕັ້ງ​ປະຕິບັດ​ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ປະມຸຸກລັດ​ສອງ​ປະ​ເທດ​ ​ເພື່ອ​ສົ່ງ​ເສີມ​ການ​ເຊື່ອມ​ຕໍ່ຍຸດ​ທະ​ສາດ​ດ້ານການ​ພັດທະນາ​, ການ​ຮ່ວມ​ມື​​ຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​ໂຫຍ​ດ​ໃນ​ຂົງ​ເຂດ​ຕ່າງໆ​ພາຍ​ໃຕ້​ຂໍ້ລິ​ເລີ່​ມ "ໜຶ່ງ​ແລວທາງ​ໜຶ່ງ​ເສັ້ນທາງ", ​ເພີ່ມ​ທະວີ​ການ​ແລກປ່ຽນ​​ວຽກ​ງານ​ຫຼາຍ​ຝ່າຍ ​ແລະຮ່ວມ​ກັນ​ຮັກສາ​​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ກຳລັງ​ພັດທະນາ. ນອກຈາກ​ນີ້, ຈີນ​ຍິນ​ດີ​ລົງ​ເລິກ​ການ​ແລກ​ປ່ຽນ ​ແລະ​ການ​ຮ່ວມ​ມື​ດ້ານການ​ສຶກສາ, ວິທະຍາສາດ​ເຕັກນິກ, ວັດທະນະທຳ, ກີລາ, ການທ່ອງທ່ຽວ, ຊາວ​ໜຸ່ມ ​ແລະ​ຂົງ​ເຂດ​ອື່ນໆກັບ​ອິນ​ໂດ​ເນ​ເຊຍ.

ທ່ານ​ນາງ ກັນ​ລາ​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດ​ອັນ​ຈົບງາມ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງທີ 19 ຂອງ​ພັກ​ກອມ​ມູນິດ​ຈີນ ​ແລະ​ສະ​ແດງ​ຄວາມ​ຂອບ​ໃຈ​ຈີນ ທີ່​ອະ​ນຸຍາດ​ໃຫ້ຮັກສາ​ໝີ​ແພນ​ດາ​ຢູ່ກັບປະ​ເທດ​ຕົນ. ຂະນະ​ດຽວ​ກັນ​ຫວັງ​ວ່າ ສອງ​ຝ່າຍຈະຊຸກຍູ້​ການ​ຮ່ວມ​ມືດ້ານ​​ເສດຖະກິດ-ການ​ຄ້າ, ການ​ລົງທຶນ, ພື້ນຖານ​ໂຄງ​ລ່າງ ​ແລະ​ຂົງ​ເຂດ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ