ກອງປະຊຸມສາກົນລະດັບລັດຖະມົນຕີປະຊາກອນກັບການພັດທະນາຄັ້ງທີ 14 ໂດຍອົງການຄູ່ຮ່ວມມືເພື່ອປະຊາກອນແລະການພັດທະນາໃຕ້ໆເປັນເຈົ້າພາບໄດ້ໄຂຂຶ້ນຢູ່ໂຢຢາຄາຕາປະເທດອິນໂດເນເຊຍໃນວັນທີ 28 ພະຈິກນີ້ແລະຈະດຳເນີນ ເຖິງວັນທີ 29ເດືອນດຽວກັນໂດຍຜູ້ແທນຈາກ 26 ປະເທດແລະອົງການຈັດຕັ້ງສາກົນ 120 ກວ່າທ່ານຈະຫາລືບັນຫາປະຊາກອນ.
ທ່ານນາງລິວຢຽນຕຸ່ງ ຮອງນາຍົກລັດຖະມົນຕີຈີນກ່າວໃນພິທີໄຂກອງປະຊຸມວ່າ: ໃນຖານະເປັນປະເທດປະທານອົງການຄູ່ຮ່ວມມືເພື່ອປະຊາກອນແລະການພັດທະນາໃຕ້ໆ, ລັດຖະບານຈີນໃຫ້ຄວາມສຳຄັນສູງຕໍ່ກອງປະຊຸມຄັ້ງນີ້ແລະກໍຢືນຢັນວ່າ ການຮ່ວມມືໃຕ້ໆເປັນພາລະກິດການຮ່ວມມືທີ່ຍິ່ງໃຫຍ່ຂອງປະເທດພວມພັດທະນາ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງແລະຮັບມືກັບສິ່ງທ້າທາຍ.
ທ່ານປູອັນ ມາຮາຣານີ ລັດຖະມົນຕີກະຊວງປະສານງານການພັດທະນາແລະວັດທະນະທຳມວນມະນຸດອິນໂດເນເຊຍເຫັນວ່າ ຫົວຂໍ້ກອງປະຊຸມຄັ້ງນີ້ສອດຄ່ອງກັບທ່າອ່ຽງຂະຫຍາຍຕົວຂອງໂລກໃນປັດຈຸບັນ ທັງເປັນບັນຫາທີ່ບັນດາປະເທດຕ້ອງແກ້ໄຂຮ່ວມ.