​ສ້າງ​ຕັ້ງສູນ​​ຮ່ວມ​ມື​ດ້ານສິ່ງ​​ແວດ​ລ້ອມ​ແມ່​ນ້ຳ​ລ້ານ​ຊ້າ​ງ-​ແມ່​ນ້ຳຂອງ​
2017-11-29 16:59:57  cri 
ວັນ​ທີ 28 ພະຈິກ​ນີ້, ສູນ​ຮ່ວມ​ມື​ດ້ານສິ່ງ​ແວດ​ລ້ອມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​​ໄດ້ສ້າງ​ຕັ້ງ​ຂຶ້ນຢູ່​ນະຄອນຫຼວງ​ປັກ​ກິ່ງສປ ​ຈີນຢ່າງ​ເປັນ​ທາງ​ການ ​ໂດຍ​ຫວັງ​ຊຸກຍູ້ 6 ​ປະ​ເທດ​​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ ຄື ຈີນ, ກຳປູ​​ເຈຍ, ຫວຽດນາມ, ລາວ, ມຽນມາ ​ແລະ​ໄທຮ່ວມ​ມືກັນ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ​ລະບົບ​ນິ​ເວດ ​ເພື່ອ​ກາ​ນພັດທະນາ​ແບບ​ຍືນ​ຍົງ.

ທ່ານ​ຮວາງຣຸນຊິ່ວ ຮອງ​ລັດຖະມົນຕີ​ກະຊວງ​ຮັກສາ​ສິ່ງ​ແວດ​ລ້ອມ​ຈີນ​ກ່າວ​ໃນ​ພິທີ​ດັ່ງກ່າວ​ວ່າ: ​ໃນ​ອະ​ນາຄົດ, ຈາກ​ການສະ​ໜັບສະ​ໜູນ​ຂອງ​ສູນ​ຮ່ວມ​ມືດ້ານ​ສິ່ງ​ແວດ​ລ້ອ​ມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ, ທັງ 6 ປະ​ເ​ທ​ດ​ຈະ​ຕັ້ງໜ້າ​ວາງ "ຍຸດ​ທະ​ສາດ​ການ​ຮ່ວມ​ມືດ້ານ​ສິ່ງ​ແວດ​ລ້າ​ມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ", ຊຸກຍູ້​ການຫາລື​ບັນຫານະ​ໂຍບາຍ​ສິ່ງ​ແວດ​ລ້ອມ, ​ຮ່ວມ​ມືກັນ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ, ປະຕິບັດ​​ໂຄງການ "​ແຜນການ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ແບບ​ສີຂຽວ" ​ແລະ​ສ້າງ​ຮູບ​ແບບ​ການ​ຮ່ວມ​ມື​ໃໝ່ ​ເພື່ອ​​ສະໜັບສະໜູນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງກ່າວຢ່າງຮອບດ້ານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ