ລັດ​ຖະ​ບານ​ຊີ​ຣີ​ຢືນ​ຢັນ​ພ້ອມ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເຊີ​ແນວ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ໃໝ່
2017-11-29 10:18:44  cri 
ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊີ​ຣີ​ເປີດ​ເຜີຍ​ໃນ​ວັນ​ທີ 28 ພະ​ຈິກ​ນີ້​ວ່າ, ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​​ປະ​ເທດ​ຕົນຈະ​ເດີນ​ທາງ​ໄປ​​ເຊີ​ແນວ​ປະ​ເທດ​ສະ​ວິ​ສ໌​ໃນ​ວັນ​ທີ 29 ພະ​ຈິກ​ນີ້ ເພື່ອ​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ເຊີ​ແນວ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ໃໝ່.

ສຳ​ນັກ​ຂ່າວ​ສານ​ຊີ​ຣີ​ລາຍ​ງານ​ໂດຍ​ອ້າງ​ຈາ​ກກະ​ຊວງ​ການ​ຕ່າງ​ປະ​ເທດ​ວ່າ, ພາຍຫຼັງ​ແລກ​ປ່ຽນ​​ຄວາມ​ເຫັນກັບ​ຣັດ​ເຊຍ​ແລ້ວ, ລັດ​ຖະ​ບານ​ຊີ​ຣີ​ກໍ​ໄດ້ຕົກ​ລົງ​ເຂົ້າ​ຮ່ວມ​ກາ​ນ​ເຈ​ລະ​ຈາ​ດັ່ງ​ກ່າວ ແລະ ທ່ານ​ບາ​ຊາ ອານ ຈາ​ຟາ​ຣີ ຜູ້​ຕາງ​ໜ້າ​ຖາ​ວອນ​ຊີ​ຣີ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຈະ​ເປັນ​ຫົວ​ໜ້າ​ຄະ​ນະ​.

ທ່ານ​ສ​ຕາ​ຟັນ ເດີ ມິ​ສ​ຕູ​ຣາ ທູດ​ພິ​ເສ​ດ​ບັນ​ຫາ​ຊີ​ຣີ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ເປີດ​ເຜີຍ​ໃນ​ວັນ​ທີ 28 ພະ​ຈິກ​ນີ້​ວ່າ, ​ໄດ້​ຮັບ​ຂ່າວ​ຢືນ​ຢັນ​ການ​ເຂົ້າຮ່ວມ​ປະ​ຊຸມ​ຂອງ​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຊີ​ຣີ​ແລ້ວ. ພາຍຫຼັງ​ພົບ​ປະ​ຄະ​ນະ​ຜູ້​ແທນ​ພັກ​ຝ່າຍ​ຄ້ານ​ຊີ​ຣີ​ໃນ​ມື້​ດຽວ​ກັນ, ທ່ານ​ມິ​ສ​ຕູ​ຣາ​ກໍ​ໄດ້ກ່າວ​ວ່າ, ລັດ​ຖະ​ບານ​ຊີ​ຣີ ແລະ ພັກ​ຝ່າຍ​ຄ້ານ​ຊີ​ຣີ​ອາດ​ຈະ​​ເຈ​ລະ​ຈາ​ໂດຍ​ກົງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ການ​ເຈ​ລະ​ຈາ​ຮອບ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ