ປະ​ຊາ​ຄົມ​ໂລກປະ​ນາມ​ສ​ປ​ປ​ເກົາຫຼີ​ທີ່​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ
2017-11-30 11:12:38  cri 

ສ​ປ​ປ ເກົາຫຼີ​​ໄດ້​ອອກ​ມາຖະ​ແຫຼງ​ໃນ​ວັນ​ທີ 29 ພະ​ຈິກ​ນີ້​ວ່າ: ​ປະ​ເທດ​ຕົ​ນໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ​ຂ້າ​ມ​ທະ​ວີບ "ດາວ​ອັງ​ຄານ​ 15" ທີ່​ຄົ້ນ​ຄວ້າ​ພັດ​ທະ​ນາ​ໃໝ່. ຈາກ​ນີ້, ປະ​ຊາ​ຄົມ​ໂລກ​ຕ່າງ​ກໍ​ປະ​ນາມ​ການ​ກະ​ທຳ​ຂອງ​ສ​ປ​ປ ເກົາຫຼີ​ວ່າ​ເປັນ​ການ​ລະ​ເມີດ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ແລະ​ຂົ່​ມ​ຂູ່​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ.

ທ່ານ​ແອນ​ໂຕ​ນີ​ໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາດ​ໄດ້​ອອກ​ຖະ​ແຫຼງ​ການ​ຜ່ານ​ໂຄ​ສົກ​ຂອງ​ຕົນ​ວ່າ: ການ​ກະ​ທຳ​ຂອງ​ສ​ປ​ປ ເກົາຫຼີ​ໄດ້​ລະ​ເມີດ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ​ອົງ​ກາ​ນ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເປີດ​ແປ​ນ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ຄວາມ​ເປັນ​ເອ​ກະ​ພາບ​ຂອງ​ປະ​ຊາ​ຄົມ​ໂລກ​ແຕ່​ຢ່າງ​ໃດ.

​ຂະ​ນະ​ທີ່​ຕອນ​ເຊົ້າ​ວັນ​ທີ 29 ​ເດືອນ​ດຽວ​ກັນ, ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ ເກົາຫຼີ​ໄດ້​ເປັນ​ປະ​ທານ​ໄຂ​ກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ໂດຍ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່ ​ສ​ປ​ປ ເກົາ​ຫຼີ​ທີ່​ທົດ​ລອງ​ຍິງຂີ​ປະ​ນາ​ວຸດ ສົ່ງ​ຜົນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ເຄັ່ງ​ຕຶງ​ຂຶ້ນ ທັງ​ຢືນ​ຢັນ​ວ່າ​ຈະ​ຮ່ວມ​ກັບ​ປະ​ຊາ​ຄົມ​ໂລກ​ໃຊ້​ມາດ​ຕະ​ການ​ເດັດ​ຂາດ​ແລະ​ເປັນ​ຜົນ​ເພື່ອ​ເລັ່ງ​ໃຫ້​ສ​ປ​ປ ເກົາຫຼີ​​ປົດ​ອາ​ວຸດ​ນິວ​ເຄ​ລຍ.

ຕໍ່​ກໍ​ລະ​ນີ​ທີ່ ​ສ​ປ​ປ ເກົາຫຼີ​ທົດ​ລອງ​ຍິງ​ຂີ​ປະ​ນາ​ວຸດ, ທ່ານ​ໂດ​ນັນ ທ​ຣຳ ປະ​ທານ​າ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ລົມໂທ​ລະ​ສັບ​ກັບ​ທ່ານ​ມູນ​ເຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ ເກົາຫຼີ​ແລະ​ທ່ານ​ຊິນ​ໂຈ ອາ​ເບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໂດຍ​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​​ກະ​ທຳ​ແບບທ້າ​ທາຍ​ເກາະ​ຜິດ​ຂອງ ​ສປ​ປ ເກົາຫຼີ ແລະ​ເຫັນ​ວ່າ ອາ​ວຸດນິວເຄ​ລຍ​ຂອງ​ສ​ປ​ປ​ເກົາຫຼີ​ມີ​ພຽງ​ແຕ່​ຈະ​ທຳ​ລາຍ​ຄວາມ​ໝັ້ນ​ຄົງ​ຂອງ​ຕົນແລະ​ເຮັດ​ໃຫ້​ປະ​ເທດ​ຕົນໂດດ​ດ່ຽວ​ດ້ານ​ການ​ຕ່າງ​ປະ​ເທດ​ແລະ​ເສດ​ຖະ​ກິດຫຼາຍກວ່າ​ເກົ່າ.

ທ່ານ​ດີ​ມີ​ຕ​ຣີ ເປັ​ສ​ຄົ​ຟ ເລ​ຂາ​ທິ​ການ​ຖະ​ແຫຼງ​ຂ່າວ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 29 ພະ​ຈິກ​ນີ້​ວ່າ: ຣັດ​ເຊຍ​ກ່າວ​ປະ​ນາມ​ການ​ກະ​ທຳຂອງ ​ສ​ປ​ປ ເກົາຫຼີ​ທັງ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປະ​ທະ​ກັນ​ຢູ່​ແຫຼມ​ເກົາຫຼີ​ນັ້ນ​ຈົ່ງ​ຮັກ​ສາ​ຄວາມ​ອົດ​ກັ້ນ, ບໍ່​ຄວນ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຢູ່​ແຫຼມ​ເກົາຫຼີ​ຮຸນ​ແຮງ​ຂຶ້ນ​ຕື່ມ.

ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ໂອ​ກາດ​ຕອບ​ຄຳ​ຖາມ​ນັກ​ຂ່າວ​ວ່າ: ຈີນ​ເດັດ​ຂາດ​ເລັ່ງ​ທວງ​ໃຫ້​ສປ​ປ ເກົາຫຼີ​ປະ​ຕິ​ບັດ​ຕາມ​ມະ​ຕິ​ກ່ຽວ​ຂ້ອງ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປ​ະ​ຊາ​ຊາດ, ຢຸດການ​ເຄື່ອນ​ໄຫວ​ທີ່​ເຮັດ​ໃຫ້​​ສະ​ຖາ​ນະ​ການ​ຢູ່ແຫຼມ​ເກົາຫຼີ​ຮຸນ​ແຮງ​ຂຶ້ນ. ຂະ​ນະ​ດຽວ​ກັນ​ກໍ​ຫວັງ​ວ່າ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງຈະ​ສຸ​ຂຸມ​ຮອບ​ຄອບ​ເພື່ອ​ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ພາກ​ພື້ນ​ແຫ່ງ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ