ທ່ານ​ສີ​ຈິ້ນ​ຜິງ​​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ທ​ຣຳ
2017-11-30 17:13:36  cri 
ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ນັດ​ລົມ​ໂທ​ລະ​ສັບ​ກັບ​ທ່ານ​ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 29 ພະ​ຈິກ​ນີ້ ໂດຍ​ເນັ້ນ​ວ່າ, ສອງ​ປະ​ເທດ​ຈີນ​ອາ​ເມ​ລິ​ກາ​ຕ້ອງ​ຜັນ​ຂະ​ຫຍາຍ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ລະ​ຫວ່າງ​ປະ​ມຸກ​ລັດ​ສອງ​ປະ​ເທດ, ວາງ​ແຜນ​​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຂັ້ນ​ສູງ ແລະ ຂັ້ນ​ຕ່າງໆ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ຢ່າງ​ດີ, ຈັດ​ການ​ສົນ​ທະ​ນາ​ຮອບ​ທີ​ສອງ ຂອງ 4 ກົນ​ໄກ​ສົນ​ທະ​ນາ​ລະ​ດັບ​ສູງ​ຈີນ-ອາ​ເມ​ລິ​ກາ​ໃຫ້​ດີ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ສັນ​ຍາ ແລະ ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ. ສອງ​ຝ່າຍ​ຕ້ອງ​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ ແລະ ປະ​ສານ​ງານ​ຢ່າງ​ແໜ້ນ​ແຟ້ນ​ກ່ຽວ​ກັບ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ​ທີ່​ສົນ​ໃຈ​ຮ່ວມ​ກັນ.

ທ່ານ​ທ​ຣຳ​ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ​ອີກ​ເທື່ອ​ໜຶ່ງ​ຕໍ່​ການ​ຕ້ອນ​ຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ທ່ານ​ສີ​ຈິ້​ນ​ຜິງ​ໃນ​ໂອ​ກາດ​ເດີນ​ທາງ​ຢ້ຽມ​ຢາມ​ຈີນ ແລະ ເຫັນ​ດີ​ຕໍ່​ຄວາມ​ເຫັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໃນ​ການ​ຕີ​ລາ​ຄາ​​ສູງ​ຕໍ່​ຜົນ​ສຳ​ເລັດ​ໃນ​ການ​ຢ້ຽມ​ຢາມ ແລະ ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ອາ​ເມ​ລິ​ກາ.

ສອງ​ຝ່າຍ​ຍິນ​ດີ​ສືບ​ຕໍ່​ຮັກ​ສາ​ການ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຝ່າຍ​ຕ່າງໆ ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາຫຼີກ້າວ​ໄປ​ສູ່​ການ​ເຈ​ລະ​ຈາ​ແລະ​ແກ້​ໄຂ​ໂດຍ​ສັນ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ