ສະຫາຍສີຈິ້ນຜິງເຂົ້າຮ່ວມພິທີໄຂງານສຳມະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກ ການເມືອງໃນທົ່ວໂລກ ແລະກ່າວສົນທອນພົດ
2017-12-01 20:59:30  cri 
ວັນທີ 1 ທັນວານີ້ ສະຫາຍສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະ​ເທດ ສປ ຈີນ ​
ໄດ້ເຂົ້າຮ່ວມງານສຳມະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກການເມືອງໃນທົ່ວໂລກຢູ່ທີ່ຫໍສະພາປະຊາຊົນແຫ່ງຊາດ
ຈີນ ແລະກ່າວສົນທອນພົດທີ່ພາດຫົວເລື່ອງວ່າ: ຮ່ວມມືກັນສ້າງໂລກທີ່ສວຍງາມກວ່າເກົ່າ ໂດຍກ່າວເນັ້ນວ່າ, ພັກການເມືອງ
ຄວນໄປຕາມກະແສຂອງຍຸກສະໄໝ, ກຳກັບທິດຂະຫຍາຍຂອງຄວາມຄືບໜ້າຂອງມວນມະນຸດ, ເຮັດວຽກເພື່ອຄວາມປາຖະໜາ
ຮ່ວມຂອງປະຊາຊົນ, ມີອຸດົມການອັນສູງສົ່ງ, ແລະກ້າຮັບພາລະໜ້າທີ່, ເປັນເຈົ້າການຮັບໜ້າທີ່ແຫ່ງຍຸກສະໄໝ. ພັກກອມມູນິດ
ຈີນຈະເຮັດຄືທີ່ຜ່ານມາ, ສືບຕໍ່ປະກອບສ່ວນເພື່ອສັນຕິພາບ ຄວາມສະຫງົບ ການພັດທະນາຮ່ວມກັນຂອງໂລກ ແລະໃຫ້ອາລິ
ຍະທຳຕ່າງໆແລກປ່ຽນກັນແລະສ້າງສາຮ່ວມກັນ.

ສະຫາຍສີຈິ້ນຜິງຊີ້ອອກວ່າ, ກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນໄດ້ວາງແຜນການພັດທະນາຂອງຈີນແຕ່ປັດຈຸ
ບັນຈົນຮອດກາງສະຕະວັດນີ້ ແລະໄດ້ສະແດງໃຫ້ເຫັນຄວາມປາຖະໜາອັນຈິງໃຈຂອງຈີນທີ່ຍິນດີຮ່ວມກັບບັນດາຝ່າຍທີ່ກ່ຽວ
ຂ້ອງຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.ພັກການເມືອງຂອງປະເທດຕ່າງໆຄວນເພີ່ມທະວີຄວາມໄວ້ເນື້ອ
ເຊື່ອໃຈເຊິ່ງກັນແລະກັນ,ທຳຄວາດເຂົ້າໃຈກັນຫຼາຍຂຶ້ນ,ເຮັດໃຫ້ການປະສານງານແໜ້ນແຟ້ນຂຶ້ນ, ເພື່ອສະແຫວງຫາການ
ສ້າງການພົວພັນລະຫວ່າງພັກການເມືອງແບບໃໝ່ທີ່ສະແຫວງຫາສິ່ງທີ່ຄືກັນ ສະຫງວນສິ່ງທີ່ຕ່າງກັນ, ຕ່າງເຄົາລົບກັນ,
ຖອດຖອນເຊິ່ງກັນ ແລະກັນບົນພື້ນຖານການພົວພັນສາກົນແບບໃໝ່,ເພື່ອສ້າງເປັນເຄືອຂ່າຍການແລກປ່ຽນແລະ ຮ່ວມມື
ກັນລະຫວ່າງພັກການເມືອງສາກົນທີ່ມີຫຼາກຫຼາຍຮູບແບບແລະຫຼາຍລະດັບ, ໂຮມສູນເປັນກຳລັງທີ່ແຂງແຮງທີ່ສຸດເພື່ອສ້າງ
ເປັນປະຊາຄົມຮ່ວມຊາຕາກຳ.

ສະຫາຍສີຈິ້ນຜິງກ່າວເນັ້ນວ່າ,ພັກກອມມູນິດຈີນແມ່ນພັກທີ່ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຈີນ, ແລະກໍ່ແມ່ນພັກທີ່
ບາກບັ່ນສູ້ຊົນເພື່ອພາລະກິດຄວາມກ້າວໜ້າຂອງມວນມະນຸດ. ພວກເຮົາຕ້ອງເຮັດວຽກຂອງຕົນເອງໃຫ້ດີ ເຊິ່ງເຮັດແນວນີ້
ກໍ່ຄືເປັນການປະກອບສ່ວນເພື່ອສ້າງ ເປັນປະຊາຄົມຮ່ວມຊາຕາກຳ.ພວກເຮົາກໍ່ຈະສ້າງໂອກາດຫຼາຍກວ່າເກົ່າໃຫ້ແກ່ໂລກ
ໂດຍຜ່ານການຊຸກຍູ້ການພັດທະນາຂອງຈີນ, ພວກເຮົາຈະບໍ່ນຳເຂົ້າຮູບການພັດທະນາຂອງຕ່າງປະເທດ, ແລະບໍ່ສົ່ງອອກ
ຮູບການພັດທະນາຂອງຈີນ, ຈະບໍ່ບັງຄັບໃຫ້ປະເທດອື່ນເຮັດຕາມວິທີຂອງຈີນ, ພັກກອມມູນິດຈີນຍິນດີເພີ່ມທະວີການໄປມາ
ຫາສູ່ກັນກັບພັກການເມືອງຕ່າງໆໃນໂລກ,ແບ່ງປັນບົດຮຽນໃນການປົກຄອງປະເທດ, ດຳເນີນການແລກປ່ຽນກັນລະຫວ່າງ
ອາລິຍະທຳທີ່ຕ່າງກັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງຍຸດທະສາດ,ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳ, ແລະ
ຮ່ວມມືກັນສ້າງໂລກທີ່ສວຍງາມກວ່າເກົ່າ.

ຜູ້ນຳຂອງພັກການເມືອງ ແລະອົງການຈັດຕັ້ງພັກການເມືອງເກືອບ 300 ອົງການໄດ້ເຂົ້າຮ່ວມ ງານສຳມະນາຄັ້ງນີ້. ຫຼັງ
ພິທີໄຂໄດ້ຈັດກອງປະຊຸມຄົບຄະນະຄັ້ງທີໜຶ່ງ, ທ່ານຮຸນແຊນ ປະ​ທານພັກປະຊາຊົນກຳປູເຈຍ ນາຍົກລັດຖະມົນຕີກຳປູເຈຍ,
ທ່ານນາງອອງຊານຊູຈີ ທີ່ປຶກສາແຫ່ງ ລັດມຽນມາ,ທ່ານເຢເລສນິຢາເກີ ຮອງເລຂາຄະນະປະທານຄະນະກຳມະການໃຫຍ່
ພັກຣັດເຊຍ ເອກະພາບ ແລະທ່ານອັນໂດງນີ ພັກ ຜູ້ກຳກັບວຽກງານການເງິນຂອງຄະນະກຳມະການທົ່ວປະ ເທດພັກສາ
ທາລະນະອາເມລິກາໄດ້ກ່າວປາຖະກະຖາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ