ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ຮ່ວມ​ມື​ລາວ​ຈີນຊີ້: ສາຍ​ພົວ​ພັນ​ລາວ-ຈີນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່
2017-12-01 11:41:45  cri 

ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ: ​ໃນ​ໂອ​ກາດທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຢ້ຽມ​ຢາມ​ລາວ​ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 13-14 ພະ​ຈິກ​ຜ່ານ​ມາ, ທ່ານ​ວິ​ຈິດ ​ສິນ​ດາ​ວົງ ຜູ້​ຊ່ວຍ​ລັດ​ຖະ​ມົ​ນ​ຕີ​ແຜນ​ການ​ແລະ​ການລົງ​ທຶນແຫ່ງ ສ​ປ​ປ ລາວ​ທັງ​ເປັນ​ຮອງ​ປະ​ທານ​ຄະ​ນະ​ກຳ​ມ​ະ​ການ​ຮ່ວມ​ມື​ລາວ-ຈີນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໂດຍ​ຢືນ​ຢັນ​ວ່າ: ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້​ໄດ້​ປະ​ກອບ​ສ່ວນ​ເພີ່​ມ​ມິດ​ຕະ​ພາບ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ຈາກ​ການ​ຊີ້​ນຳ​ຂອງ​ ຈິດໃຈ "ເພື່ອນບ້ານທີ່ດີ, ໝູ່ເພື່ອນທີ່ດີ, ສະຫາຍທີ່ດີແລະຄູ່ຮ່ວມມືທີ່ດີ" ແລະ​ເຮັດ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ວິ​ຈິດ​ຢືນ​ຢັນ​ວ່າ ລາວ​ຈີນ​ລ້ວນ​ແຕ່​ເປັນ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ມີ​ທັດ​ສະ​ນະ​ຄະ​ຕິ​ການ​ພັດ​ທະ​ນາ​ທີ່​ຄ້າຍ​ຄື​ກັນ​ແລະ​ເປັນ​ຄູ່​ຮ່ວມ​ຊາ​ຕາ​ກຳ​ທີ່​ມີ​ຄວາມ​ໝາຍ​ທາງ​ຍຸດ​ທະ​ສາດ. ການ​ຢ້ຽມ​ຢາມ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສ່ອງແສງ​ໃຫ້​ເຫັນ​ວ່າ​ພັກແລະ​ລັດ​ຖະ​ບານ​ຈີນ​ໃຫ້​ຄວາມ​ສຳ​ຄັນ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລາວ-ຈີນ ເຊິ່ງ​ຈະ​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ລະ​ຫວ່າງ​ສອງ​ປະ​ເທດ ທັງ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ທ່ານ​ວິ​ຈິດ​ກ່າວ​ຕື່​ມ​ວ່າ: ຈີນ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ທີ່​ມີ​ຄວາມ​ຜິດ​ຊອບ, ຍຶດ​ໝັ້ນ​ກ້າວ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ, ຄັດ​ຄ້ານ​ລັດ​ທິ​​ເຈົ້າ​ອຳ​ນາດ​ແລະ​ການ​ເມື​ອງ​ມະ​ຫາ​ອຳ​ນາດ ທັງ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ພາກ​ພື້ນ​ກໍ​ຄື​ຂອງ​ໂລກ. ການ​ທີ່​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ຢ້ຽມ​ຢາມ​ລາວ​ຄັ້ງ​ນີ້​ເປັນ​ການ​ເຄື່ອນ​ໄຫວ​​ທີ່ສຳ​ຄັນ​ເພື່ອ​ພັດ​ທະ​ນາ​ການ​ຕ່າງ​ປະ​ເທ​ດ​ຕໍ່​ປະ​ເທດ​ອ້ອມ​ຂ້າງ ແລະ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ທັດ​ສະ​ນະ​ຄະ​ຕິ ທີ່​ວ່າ "ເປັນ​ມິດ​ຕໍ່​ກັນ, ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ, ​ອະ​ນຸ​ເຄາະ​ຕໍ່​ກັນ ແລະ ​ໂອບ​ອ້ອມ​ອາ​ລີ" ເປັນ​ຢ່າງ​ດີ.

ທ່ານ​ວິ​ຈິດ​​ຍັງ​ໄດ້ຕີ​ລາ​ຄາ​ສູງ​ຕໍ່​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ໂດຍ​ຢືນ​ຢັນ​ວ່າ: ການ​ກໍ່​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​​ຈະ​ນຳ​ເອົາ​ພະ​ລັງ​ຊຸກ​ດັນ​ແລະ​ໂອ​ກາດ​ໄປ​ໃຫ້​ບັນ​ດາ​ປະ​ເທດ​ລຽບ​ຕາມ​ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ​ທັງການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແລະ​ຄວາມ​ກ້າວ​ໜ້າ​ດ້ານ​ວັດ​ທະ​ນະ​ທຳ ທັງ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ຂອງ​ຈີນ​ຕໍ່​ປະ​ເທດ​ອື່ນ​ ແລະ​ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ. ລາວ-ຈີນ​ໄດ້​ສ້າງ​ແຜນ​ຍຸດ​ທະ​ສາດ​ໂດຍ​ອີ​ງ​ຕາມ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ ແລະ​ກຳ​ລັງ​ພະ​ຍາ​ຍາມ​ໃນ​ດ້ານ​ນີ້, ສອງ​ຝ່າຍ​ໄດ້​ຮັບ​ຜົນ​ສຳ​ເລັດຫຼາຍ​ດ້ານ​ໃນ​ການ​ຮ່ວມ​ມື​ກ່ຽວ​ກັບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​, ໃນ​ນີ້ ​ຜົນ​ງານສຳ​ຄັນ​ທີ່​ສຸດ​ກໍ​ຄື​ໂຄງການ​ທາງ​ລົດ​ໄຟ​ຈີນ​ລາວ​ແລະ​ໂຄງ​ການ​ດາວ​ທຽມ.

ຊຸມ​ປີ​ມໍ່​ໆ​ມາ​ນີ້, ເສດ​ຖະ​ກິດ​ລາວ​ໄດ້​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ແຕ່​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ທີ່ຫຼ້າ​ຫຼັງ​ໄດ້​​ຂັດ​ຂວາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ລາວ​ຢ່າງ​ໜັກ​ໜ່ວງ. ທ່ານ​ວິ​ຈິດ​ກ່າວ​ວ່າ: ລາວ​ມີ​ຊັບ​ພະ​ຍາ​ກອນ​ອຸ​ດົມ​ສົມ​ບູນ, ແຕ່ສິ່ງ​ທ້າ​ທາຍ​ໃຫຍ່​ທີ່​ສຸດ​ບໍ່​ແມ່ນການ​ຂາດ​ເຂີນ​ຜະ​ລິດ​ຕະ​ພັນ, ຫາກ​ແມ່ນ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ທີ່​ຜະ​ລິດ​ອອກ​ມາ​ນັ້ນ​​ໄປ​ຕ່າງ​ປະ​ເທດ. ສະ​ນັ້ນ, ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ກັບ​ຈີນ​ຈະ​ເປັນ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນ​ຫາ​ດ້ານ​ຄົມ​ມະ​ນາ​ຄົມ​ທີ່​ເປັນ​ສິ່ງ​​ຂັດຂວາງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລາວ ແລະ​ການ​ພົວ​ພັນ​ສອງ​ປະ​ເທດ​ກໍ​ຈ​ະ​ຂະ​ຫຍາຍ​ຕົວ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ