ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວເລີ່ມສາຍຢູ່ພາກເໜືອຂອງລາວ
2017-12-01 16:53:09  cri 

ເທດສະການຮູບເງົາດີເດັ່ນຂອງຈີນທົ່ວປະເທດລາວ​ໄດ້ສາຍຢູ່​ແຂວງ​ຊຽງ​ຂວາງ,ອຸດົມ​ໄຊ​ແລະ​ແຂວງ​ຫລວງ​ນໍ້າ​ທາ​​ແຕ່​ວັນ​ທີ 26 ຫາ 30 ພະຈິກນີ້ໂດ​ຍໄດ້ນໍາ​ເອົາຮູບ​ເງົາ​ດີ​ເດັ່ນ​ 2 ເລື່ອງ ຄື: ມະເຮັງ...ຂອງຂວັນວັນເກີດຄົບຮອບ 29 ປີ ແລະ ໝາປ່າພະຈົນໄພພາກລາວສາຍ​ໃຫ້​ແກ່ມວນ​ຊົນ​ຢູ່​ບັນ​ດາ​ແຂວງ​ດັ່ງ​ກ່າວ.

ພໍ່ຕູ້ຄຳພອນ ແພງພາວັນ ອາຍຸ 60 ປີ, ປັດຈຸບັນຢູ່ບ້ານຄັງໄຂ ເມືອງໂພນສະຫວັນ ແຂວງຊຽງຂວາງ​​ໄດ້​ພາທັງ​ຄອບຄົວ​ຫົ່ມ​ຜ້າ​ຫົ່ມ​ທ່າມກາງ​​ຄວາມ​ໜາວ​ 11 ອົງສາໃນ​ກາງ​ຄືນ​ເວົ້າວ່າ: "ຂ້າພະເຈົ້າຮູ້ສຶກດີໃຈທີ່ໄດ້ ມາເບິ່ງຮູບເງົາໃຫຍ່ຄັ້ງທໍາອິດໃນຊີວິດຂອງຕົນ ແລະຫຼັງ​ຈາກ​ເບິ່ງ​ແລ້ວຈະນຳເອົາຄວາມຮູ້ສຶກຂອງຕົນໄປເວົ້າ​ສູ່ລູກຫຼານຢູ່​ບ້ານ​ກ່ຽວ​ກັບຄວາມ​ປະ​ທັບ​ໃຈຕໍ່ຮູບເງົາດັ່ງກ່າວ ແລະ​ຫວັງ​ວ່າ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ຈະ​ມາ​ສາຍ​ຢູ່​ລາວ​ນັບ​ມື້​ນັບຫຼາຍ. "

ນາງ ສຸພາພອນ ພອນປະເສີດ ນັກຮຽນຊັ້ນມໍ 7 ໂຮງຮຽນ ມສ ແຂວງອຸດົມໄຊ ​ເວົ້າວ່າ, ຫຼັງ​ເບິ່ງຮູບເງົາເລື່ອງ ມະເຮັງ....ຂອງວັນເກີດຄົບ ຮອບ 29 ປີແລ້ວ, ​ຈົນນ້ຳຕາໄຫຼ​ອອກ​ມາ ເພາະ​ວ່າຊີວິດຂອງຊົງຕັນ ຄ້າຍ​ຄືຊີວິດຂອງຕົນ ເຊິ່ງ​ຕົນ​ກໍເຄີຍເປັນພະຍາດຫົວໃຈມາກ່ອນ. ຮູບ ເງົາເລື່ອງນີ້ ສອນໃຫ້ຮູ້ວ່າການດໍາລົງຊີວິດຂອງຄົນເຮົາມັນສ່ຽງຢູ່ສະ​ເໝີ ຕອນມີຊີວິດຢູ່ຈະເຮັດໃຫ້ມັນມີຄຸນຄ່າ ແລະ ຕ້ອງເຮັດທຸກສິ່ງທຸກ ຢ່າງທີ່ຕົນເອງມັກ ເຮັດຕາມ ຄວາມຝັນຂອງຕົນເອງ. ​ຕໍ່​ໜ້າຢາກໃຫ້ເອົາຮູບເງົາກ່ຽວກັບການສຶກສາ​ມາ​ສາຍ​ໃຫ້​ເບິ່ງ.

ທ່ານ ນາງ ບົວຈັນ ແກ້ວວິໄລ, ປະຊາຊົນບ້ານນາຫ້ອມ ເມືອງນ້ຳທາ ແຂວງຫຼວງ​ນ້ຳ​ທາປະທັບໃຈຕອນທ່ານໝໍຫຼຽງ ໄດ້ຮັບຂອງຂວັນຈາກ ນາງເອກ. ຂ້ອຍຄິດວ່າຮູບເງົາເລື່ອງນີ້ເປັນ​ຄະ​ຕິ​ເຕືອນໃຫ້ຄົນເຮົາດໍາລົງ ຊີວິດດ້ວຍຈິດໃຈເຂັ້ມແຂງ ແລະ ສູ້​ກັບຊີວິດຕໍ່ໄປ. ໃນໂອກາດໜ້າ, ຢາກໃຫ້ທີມງານເອົາຮູບເງົາຈີນພາກລາວທຸກຮູບແບບມາສາຍຢູ່ແຂວງພວກເຮົາ​ອີກ.

ເທດສະການຮູບເງົາດີເດ່ັນຂອງຈີນທົ່ວປະເທດລາວ​​ແມ່ນການ​ຮ່ວມ​ເປັນ​ເຈົ້າ​ພາບ​ຂອງສະຖານທູດຈີນປະຈໍາລາວ ​ແລະ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ​ ແລະຮ່ວມ​ຈັດ​ຂຶ້ນໂດຍ ວິທະຍຸສາກົນແຫ່ງປະເທດຈີນ CRI ປະຈໍາລາວ ​ແລະ ກົມຮູບເງົາລາວ. ພາຍຫລັງ​ສໍາ​ເລັດ​ການ​ສາຍ​ຢູ່3​ແຂວງພາກ​ເໜືອ​ດັ່ງກ່າວ​ແລ້ວ, ຍັງຈະໄປສາຍຢູ່ໂຮງຮຽນ​ປະຖົມແຂວງຫຼວງ ພະບາງໃນຕອນ​ແລງວັນທີ 3 ທັນວາ ນີ້​ ​ລວມ​ທັງ 3 ແຂວງພາກໃຕ້​ລາວ​ຕື່ມ​ອີກ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ