ພັກ​ກອມ​ມູ​ນິດ​​ຈີນ​ແລະ​ພັກ​ການ​ເມືອງ​ໃນ​ໂລກ​ເຫັນ​ພ້ອມ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ
2017-12-01 17:17:36  cri 
ໜັງ​ສື​ພິມ​ເຢິນ​ມິນ​ຢື້​ປ້າວ​ຂອງ​ຈີນ​ລາຍ​ງານ​ວ່າ: ກອງ​ປະ​ຊຸມ​ສົນ​ທະ​ນາ​ລະ​ຫວ່າງການ​ນຳ​ຂັ້ນ​ສູງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​​ຕ່າງໆໃນ​ໂລກ​ໄດ້​ຈັດ​ຂຶ້ນ​ຢູ່​​ນະ​ຄອນຫຼວງປັກ​ກິ່ງ​ໃນ​ວັນ​ທີ 30 ພະ​ຈິກ​ຜ່ານ​ມາ ໂດຍ​ຜູ້​ນຳ 200 ກ​ວ່າ ພັກ​ການ​ເມືອງແລະ​ອົງ​ການ​ການ​ເມືອງ​ຈາກ 120 ກວ່າ​ປະ​ເທດ​ໄດ້ຫາ​ລື​ໂດຍ​ປິ່ນ​ອ້ອມ​ຫົວ​ຂໍ້ "ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ,ຮ່ວມ​ກັນ​ສ້າງ​ໂລກ​ທີ່​ສວຍ​ງາມ: ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ພັກ​ການ​ເມືອງ"​ເພື່ອ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ. ກອງ​ປະ​ຊຸມທີ່​ມີ​ຂະ​ໜາດ​ໃຫຍ່​​ແລະ​ບໍ່​ເຄີຍ​ມີ​ມາ​ກ່ອນ​ເທື່ອ​ນີ້​ຈະ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ກັນ​ລະ​ຫວ່າງ​ພັກ​ການ​ເມືອງ​ຂອງ​ບັນ​ດາ​ປະ​ເທດ​ໃຫ້​ເປັນ​ຮູບ​ປະ​ທຳ​ແລະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຢ່າງກວ້າງ​ຂວາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ