ໂທ​ລະ​ເລກ​ຊົມ​ເຊີຍຂອງ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເຖິງ​ສະ​ຫາຍ​ສະ​ຫາຍ ບຸນ​ຍັງ ວໍ​ລິ​ຈິດເນື່ອງ​ໃນ​ວັນ​ສະ​ຖາ​ປະ​ນາ​ສ​ປ​ປ​ລາວ​ຄົບ​ຮອບ42ປີ
2017-12-02 12:20:34  cri 

 

ເນື່ອງ​ໃນ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 42 ປີ, ສະຫາຍ ສີ ຈິ້ນ​ຜິງ ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາຊົນ​ຈີນໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍໄປ​ສູ່ສະຫາຍ ບຸນ​ຍັງ ວໍລະ​ຈິດ ​ເລຂາ​ທິການ​ໃຫຍ່​ ຄະນະ​ບໍລິຫານ​ງານສູນກາງພັກ ປະຊາຊົນປະຕິວັດ​ລາວ, ປະທານ​ປະ​ເທດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ.

 

​ເນື້ອ​ໃນ​ສານ​ລະບຸ​ວ່າ:ເນື່ອງ​ໃນ​ໂອ​ກາດ​ວັນ​ສະ​ຖາ​ປະ​ນາ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ​ຄົບ​ຮອບ 42 ປີ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນ ແລະ ໃນ​ນາມ​ສ່ວນ​ຕົວ ​ຂໍສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ສຸດ​ອົກ​ສຸດ​ໃຈ​ມາ​ຍັງ​ສະ​ຫາຍ ແລະ ໂດຍ​ຜ່ານ​ສະ​ຫາຍ​ໄປ​ຍັງ ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ​ປະ​ຊາ​ຊົນ​ລາວ​ອ້າຍ​ນ້ອງ.

 

ໃນ 1 ປີ​ຜ່ານ​ມາ, ປະ​ເທດ​ລາວ​ມີ​ຄວາມ​ໝັ້ນ​ຄົງ​​ດ້ານ​ການ​ເມືອງ​ແລະ​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ​ດີ​ຂຶ້ນ ແລະ ບົດ​ບາດ​ໃນ​ສາ​ກົນ​ຂອງ​ປະ​ເທດ​ລາວ​ນັບ​ມື້​ສູງ​ຂຶ້ນ. ໃນ​ຖາ​ນະ​ເປັນ​ສະ​ຫາຍ​ແລະ​ເພື່ອນ​ມິດ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ປິ​ຕິ​ຍິນ​ດີ​ເປັນ​ຢ່າງ​ຍິ່ງ​ຕໍ່​ຜົນ​ງານ​ດັ່ງ​ກ່າວ ແລະ ເຊື່ອ​ໝັ້ນ​ວ່າ, ພາຍ​ໃຕ້​ການ​ນຳ​ພາ​ຂອງ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທີ່​ມີ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ບຸນ​ຍັງ ວໍ​ລິ​ຈິດ​ເປັນ​ຜູ້​ນຳ​ພາ​ນັ້ນ, ປະ​ຊາ​ຊົນ​ລາວ​ຈະ​ປະ​ສົບ​ຜົນ​ສຳ​ເລັດຕາມເປົ້າ​ໝາຍ​ທີ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ວາງ​ອອກ ແລະ ຍາດ​ໄດ້​ຜົນ​ສຳ​ເລັດ​ໃໝ່​ໃຫຍ່ຫຼວງກວ່າ​ເກົ່າ ໃນ​ພາ​ລະ​ກິດ​ແຫ່ງ​ການ​ສ້າງ​ສາ​ປະ​ເທດ​ຊາດ.

 

ສາຍ​ພົວ​ພັນ​ຈີນ-ລາວ​ສືບ​ຕໍ່​ຮັກ​ສາ​ທ່າ​ອ່ຽງ​ພັດ​ທະ​ນາ​ດີ​ງາມ​ໃນ​ປີ​ຜ່ານ​ມາ. ການ​ນຳ​ຂັ້ນ​ສູ​ງ​ທັງ​ສອງ​ປະ​ເທດ​ໄດ້​ຜັດ​ປ່ຽນ​ກັນ​ຢ້ຽມ​ຢາມ​ເປັນ​ປະ​ຈຳ, ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ໄດ້​ເຊື່ອມ​ໂຍງ​ກັນ​ຕາມ​ປົ​ກກ​ະ​ຕິ, ການ​ຮ່ວມ​ມື​ໃນໂຄງ​ການ​ໃຫຍ່​ດຳ​ເນີນ​ໄປ​ເປັນ​ຢ່າງ​ດີ, ການ​ແລກ​ປ່ຽນ​ລະ​ຫວ່າງ​ປະ​ຊາ​ຊົນ​ແລະ​ວັດ​ທະ​ນະ​ທຳ​ສອງ​ຊາດ​ໄດ້​ເຂົ້າ​ສູ່​ລວງ​ເລິກ ເຊິ່ງ​ໄດ້​ນຳ​ເອົາ​ຜົນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ທັງ​ສອງ​ປະ​ເທດ ແລະ ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ລາວ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັບ​ສະ​ຫາຍ​​ສຸມ​ທຸກຄວາມ​ພະຍາ​ຍາມ​ພ້ອມ​ກັນ ເພື່ອ​ສົ່ງ​ເສີມ​ການ​ສ້າງ​​ຄູ່​ຮ່ວມ​ຊາ​ຕະ​ກຳ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຂອງ​ສອງ​ປະ​ເທດ​ຈີນ-ລາວ.

 

ຂໍ​ອວຍ​ພອນ​ໃຫ້​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ​ລາວ ຈົ່ງ​ຈະ​ເລີນ​ຮຸ່ງ​ເຮືອງ, ປະ​ຊາ​ຊົນ​ລາວ​ຈົ່ງ​ມີ​ຄວາມ​ຜາ​ສຸກ.

 

ຂໍ​ອວຍ​ພອນ​​ສາຍ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ-ລາວ ຈົ່ງ​ຮັດ​ແໜ້ນ​ແລະ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ.

 

ນອກນີ້, ທ່ານຫຼີເຄີ້ສຽງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດປະຊາຊົນຈີນ, ທ່ານ​ຈ່າງ​ເຕີ​ຈ່ຽງ ປະທານຄະນະປະຈຳສະພາຜູ້ແທນປະຊາຊົນທົ່ວປະເທດ ສາທາລະນະລັດປະຊາຊົນຈີນ ແລະ ທ່ານ ວັງຢິ້ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດປະຊາຊົນຈີນຕ່າງ​ໄດ້​ສົ່ງ​ໂທ​ລະ​ເລກ​ຊົມ​ເຊີຍ​ໄປ​ສູ່ທ່ານທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ທ່ານນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ແຫ່ງ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ, ທ່ານ ສະ​ເຫລີ​ມ​ໄຊ ກົມມະ​ສິດ ລັດຖະມົນຕີ​ ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ