ປິດກອງ​ປະ​ຊຸມ​ສົນ​ທະ​ນາ​ຂັ້ນ​ສູງລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ໂລກ
2017-12-03 17:35:51  cri 
ກອງ​ປະ​ຊຸມ​ສົນ​ທະ​ນາ​ຂັ້ນ​ສູງລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ໂລກທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໄດ້​ອັດ​ລົງ​ໃນວັນ​ທີ 3 ທັນ​ວານີ້ ດ້ວຍ​ການ​ຮັບ​ຮອງ "ຂໍ້​ລິ​ເລີ່ມ​ປັກ​ກິ່ງ" ໂດ​ຍເນັ້ນ​ວ່າ: ລະ​ຫວ່າງ​ພັກ​ການ​ເມືອງ​ຄວນ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ, ​ເພີ່ມ​ທະ​ວີການ​ຕິດ​ຕໍ່​ພົ​ວ​ພັນ​ກັນ, ເຮັດ​ໃຫ້​ການ​ປະ​ສານ​ງານ​ສະ​ໜິດ​ແໜ້ນກວ່າ​ເກົ່າ, ຊອກ​ຄົ້ນ​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ການ​ເມືອງ​ແບບ​ໃໝ່​ທີ່​ສະ​ແຫວງ​ຫາ​ອັນ​ທີ່​ຄື​ກັນ, ສະ​ຫງວນ​ສິ່ງ​ທີ່​​ຕ່າງ​ກັນ, ເຄົາ​ລົບ​ນັບ​ຖື​ເຊິ່ງ​ກັນ​ແລະ​ກັນ ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງກັນ​ແລະ​ກັນ ບົນ​ພື້ນ​ຖານການ​ພົວ​ພັນ​ສາ​ກົນ​ແບບ​ໃໝ່, ເຕົ້າ​ໂຮມ​ກຳ​ລັງ​ອັນ​ແຂງ​ແຮງ​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມະ​ນຸດ.

ກອງ​ປະ​ຊຸມ​ສົນ​ທະ​ນາ​ຂັ້ນ​ສູງລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ກັບ​ພັກ​ການ​ເມືອງ​ໂລກແມ່ນ​ກິດ​ຈະ​ກຳ​ການ​ຕ່າງ​ປະ​ເທດ​ຫຼາຍ​ຝ່າຍ​ຄັ້ງ​ທຳ​ອິດ​ທີ່​ຈີນ​ຈັດ​ຂຶ້ນ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 19 ໂດຍ​ມີ​ຜູ້​ນຳ​ຂອງເກືອບ 300 ​ພັກການ​ເມືອງ​ແລະ​ອົງ​ການ​ຈັດ​ຕັ້ງ​ການ​ເມືອງ​ຈາກ 120 ກວ່າ​ປະ​ເທດ​ເຂົ້າ​ຮ່ວມ ແລະ​ກໍ​ແມ່ນກອງ​ປະ​ຊຸມ​ສົນ​ທະ​ນາ​ຂັ້ນ​ສູງ​ທີ່​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ຂຶ້ນ​ກັບ​ພັກ​ການ​ເມືອງ​ປະ​ເພດ​ຕ່າງໆ​ໃນ​ໂລກ​ເປັນ​ຄັ້ງ​ທຳ​ອິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ