ໃນເວລາໃຫ້ສຳພາດຕໍ່ນັກຂ່າວCRI ໃນວັນທີ 2 ທັນວານີ້, ທ່ານໂບກິນ ບາລາກຸລາ ຫົວໜ້າສະມາຄົມເສດຖະກິດວັດທະນະທຳໄທຈີນທີ່ເດີນທາງມາເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກກອມມູນິດຈີນກັບພັກການເມືອງໂລກ ຢູ່ນະຄອນຫຼວງປັກກິ່ງໄດ້ກ່າວວ່າ, ຂໍ້ລິເລີ່ມສ້າງປະຊາຄົມຮ່ວມຊາຕາກຳຂອງມະນຸດທີ່ທ່ານສີຈິ້ນພິງ ປະທານປະເທດຈີນສະເໜີອອກໃນກອງປະຊຸມຄັ້ງນີ້ແມ່ນເພື່ອເຮັດໃຫ້ໝົດທຸກຄົນໃນໂລກໄດ້ຮັບຜົນປະໂຫຍດຈາກການເປັນໂລກະພິວັດ.
ທ່ານໂບກິນແມ່ນສະມາຊິກອາວຸໂສຂອງພັກເພື່ອໄທ, ເຄີຍເປັນປະທານສະພາແຫ່ງຊາດໄທ, ຮອງນາຍົກລັດຖະມົນຕີໄທ. ໃນເວລາກ່າວເຖິງຂໍ້ລິເລີ່ມຂອງທ່ານສີຈິ້ນພິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ ທ່ານກ່າວວ່າ:
ຂ້າພະເຈົ້າເຫັນວ່າຂໍ້ລິເລີ່ມນີ້ຖືກຕ້ອງຫຼາຍ. ເພາະວ່າພັກການເມືອງທັງໝົດລ້ວນແຕ່ມີຄວາມຮັບຜິດຊອບໃນການຮັບໃຊ້ແລະສ້າງຄວາມສຸກໃຫ້ປະຊາຊົນ, ສະນັ້ນ ພັກກອມມູນິດຈີນຈຶ່ງໄດ້ສະເໜີຂໍ້ລິເລີ່ມສ້າງປະຊາຄົມຮ່ວມຊາຕາກຳຂອງມະນຸດ.ພັກກອມມູນິດຈີນທີ່ນຳພາໂດຍທ່ານສີຈິ້ນຜິງສະເໜີຂໍ້ລິເລີ່ມດັ່ງກ່າວນີ້, ແມ່ນຢາກເຮັດໃຫ້ການເປັນໂລກະພິວັດມີຄວາມສະເໝີພາບກວ່າເກົ່າ, ເຮັດໃຫ້ໝົດທຸກຄົນໄດ້ຮັບຜົນປະໂຫຍດພ້ອມ, ນີ້ກໍແມ່ນບັນຫາທີ່ທຸກໆພັກການເມືອງເອົາໃຈໃສ່ທີ່ສຸດແລະຢາກແກ້ໄຂ, ແມ່ນໜ້າທີ່ຮັບຜິດຊອບຂອງທຸກໆພັກການເມືອງ.
ທ່ານໂບກິນເຫັນວ່າ, ກອງປະຊຸມສົນທະນາຂັ້ນສູງລະຫວ່າງພັກກອມມູນິດຈີນກັບພັກການເມືອງໂລກຄັ້ງນີ້ມີຄວາມໝາຍບໍ່ທຳມະດາ. ທ່ານເວົ້າວ່າ:ພວກຂ້າພະເຈົ້າສາມາດຖອດຖອນບົດຮຽນທີ່ດີຈາກພັກກອມມູນິດຈີນ. ນັບແຕ່ຈີນດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກເປັນເວລາເກືອບ40ປີມານີ້, ຈີນໄດ້ຈາກປະເທດທຸກຍາກຫຼ້າຫຼັງຂະຫຍາຍຕົວເປັນປະເທດນຳໜ້າໃນບັນດາປະເທດພວມພັດທະນາແລະກາຍເປັນກຸ່ມເສດຖະກິດໃຫຍ່ທີສອງໃນໂລກ, ນີ້ເປັນການຢັ້ງຢືນທີ່ດີທີ່ສຸດຕໍ່ຄວາມສາມາດການກຳອຳນາດຂອງພັກກອມມູນິດຈີນ.