ເຄົ​າລົບນັບ​ຖື​​ອະທິ​ປະ​ໄຕທາງ​ອິນ​ເຕີ​ເນັດ ສົ່ງ​ເສີມ​ນ້ຳ​ໃຈ​ຄູ່​ຮ່ວມ, ຮ່ວມ​ກັນ​ຂີ່ລົດ​ໄວ​​ແຫ່ງ​ການພັດ​ທະ​ນາ​ອິນ​ເຕີ​ເນັດ​ແລະ​ເສດ​ຖະ​ກິດ​ດີ​ຈີ​​ຕອນ
2017-12-03 18:11:49  cri 

ກອງ​ປ​ະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 4 ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ອູ່​​ເຈີ້ນແຂວງ​ເຈີ້​ຈ່ຽງ​ຈີນ​ໃນ​ຕອນ​ເຊົ້າ​ວັນ​ທີ 3 ທັນ​ວານີ້. ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຝາກ​ຈົດ​ໝາຍອວຍ​ພອນ, ​ໂດຍຕາງ​ໜ້າ​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ ແລະ​ໃນ​ນາມ​ສ່ວນ​ຕົວ​ຂອງ​ຕົນ, ສະ​ແດງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ຕໍ່​ການ​ໄຂ​ກອງ​ປະ​ຊຸມ​ດັ່ງ​ກ່າວ, ແລະ​ສະ​ແດງ​ຄວາມ​​ຍິນ​ດີ​ຕ້ອນ​ຮັບ​ຢ່າງຈີງ​ໃຈ​ຕໍ່​ຜູ້​ຕາງ​ໜ້າ​ບັນ​ດາ​ປະ​ເທດ, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ຜູ້​ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ ນັກ​ທຸ​ລະ​ກິດ​ແລະ​ບຸກ​ຄົນ​ວົງ​ການ​ອື່ນໆ, ຫວັງ​ໃຫ້​ທຸກ​ຄົນ​ຈົ່ງ​ເຕົ້າ​ໂຮມ​ແນວ​ຄິດ, ເພີ່ມ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃຫ້ຫຼາຍ​ຂຶ້​ນ​ຕື່ມ, ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ທາ​ງ​ອິນ​ເຕີ​ເນັດ​ແລະ​ເສດ​ຖະ​ກິດ​ດີ​ຈີ​ຕອນ, ເຮັດ​ໃຫ້​ຜົນ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດສ້າງ​ຄວາມ​ສຸກ​ໃຫ້​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ​ໃນ​ໂລກຫຼາຍກວ່າ​ເກົ່າ.

ໃນຈົດ​ໝາຍອວຍ​ພອນ ທ່ານ​ສີ​ຈິ້ນ​ຜິງ​ຊີ້​ອອກວ່າ, ປັດ​ຈຸ​ບັນ ການ​ປະ​ຕິ​​ວັດວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ແລະ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ທີ່​ຖື​ເຕັກ​ນິກ​ຂໍ້​ມູນ​ຂ່າວ​ສານ​ເປັນ​ ​ຕົວແທນນັ້ນ​ພວມ​ປົ່ງ​ອອກ, ເຊິ່ງ​ໄດ້​ສ້າງ​ກຳ​ລັງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາເສດ​ຖະ​ກິດ​ສັງ​ຄົມ​​, ພ້ອມ​ກັນ​ນັ້ນ​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ກໍ​ໄດ້​ສ້າງ​ການ​ທ້າ​ທາຍ​ໃໝ່​ຫຼາຍ​ຢ່າງ​ຕໍ່​ຜົນ​ປະ​ໂຫຍດ​ດ້ານ​ອະ​ທິ​ປະ​ໄຕ ຄວາມ​ໝັ້ນ​ຄົງ​ ແລະການ​ພັ​ດທະ​ນາຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ. ການ​ປະ​ຕິ​ຮູບ​ລະ​ບົບ​ຄຸ້ມ​ຄອງ​ອິນ​ເຕີ​ເນັດ​ທົ່ວ​ໂລກ​ໄດ້ກ້າວ​ເຂົ້າ​ສູ່​ໄລ​ຍະ​​ສຳ​ຄັນ,ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ທາງ​ອິນ​ເຕີ​ເນັດ​ໄດ້​ນັບ​ມື້​ນັບ​ກາຍ​ເປັນ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ປະ​ຊາ​ຄົມ​ໂລກ. ພວກ​ເຮົາ​ສົ່ງ​ເສີມ "ຫຼັກ​ການ 4 ຂໍ້ "ແລະ "​ຈຸດ​ຢືນ 5 ຂໍ້" ກໍ​ແມ່ນ​ຫວັງ​ຢາກ​ຮ່ວມ​​ກັບ​ປະ​ຊາ​ຄົມ​ໂລກ, ເຄົາລົບນັບ​ຖື​​​ອະທິ​ປະ​ໄຕທາງ​ອິນ​ເຕີ​ເນັດ, ສົ່ງ​ເສີມ​ນ້ຳ​ໃຈ​ຄູ່​ຮ່ວມ​, ​ປຶກ​ສາ​ຫາ​ລື​ກັນ​, ເພື່ອ​ພ້ອມ​ກັນ​ຊຸກ​ຍູ້​ການ​ພັດ​ທະ​ນາ, ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ, ​ຄຸ້ມ​ຄອງ ແລະ​​ແບ່ງ​ປັນຜົນ​ງານ​ຮ່ວມ​ກັນ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ກຳ​ນົດ​ໂຄງການດຳ​ເນີນ​ງານແລະ​​ແຜນ​ການ​ພັດ​ທະ​ນາ​ ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່, ສະ​ເໜີ​ວ່າ​ຈະ​ສ້າງ​ປະ​ເທດ​ເຂັ້ມ​ແຂງ​ດ້ານ​ອິນ​ເຕີ​ເນັດ​, ຈີນ​ດີ​ຈິ​ຕອນ​ແລະ​ສັງ​ຄົມ​ສະ​ຫຼາດ, ຊຸກ​ຍູ້​ອິນ​ເຕີ​ເນັດ, ຂໍ້​ມູນ​ໃຫຍ່,    AI ແລະ​ເສດ​ຖະ​ກິດ​ຮູບ​ປະ​ທຳ​ໃຫ້​ເຊື່ອມ​ຈອດ​ກັນ​ຢ່າງ​ເລິກ​ເຊິ່ງ, ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈິ​ຕອນ, ເສດ​ຖະ​ກິດ​ແບບ​ຊົມ​ໃຊ້​ຮ່ວມ​ກັນ, ບຳ​ລຸງ​ຈຸດ​ເຕີບ​ໂຕ​ໃໝ່ ​ແລະ​ໃຫ້​ກໍ່​ຕົວ​ເປັນ​ກຳ​ລັງ​ຊຸກ​ດັນໃໝ່. ກາ​ນ​ພັດ​ທະ​ນາ​​ເສດ​ຖະ​ກິດດີ​ຈິ​ຕອນ​ຈີນ​ຈະ​ເຂົ້າ​ສູ່​ເສັ້ນ​ທາງ​ແລ່ນ​ໄວ. ຈີນ​ຫວັງ​ໃຫ້ຜ່ານ​ຈາກ​ຄວາມ​ພະ​ຍາ​ຍາມ​ຂອງ​ຕົນ, ຊຸກ​ຍູ້​ບັນ​ດາ​ປະ​ເທດ​ໂລກ​ຂີ່​ລົດ​ໄວ​ຂອງ​ການ​ພັ​ດ​ທະ​ນາ​ອິນ​ເຕີ​ເນັດ​ແລະ​ເສດ​ຖະ​ກິດ​ດີ​ຈິ​ຕອ​ນ​ຮ່ວມ​ກັນ. ຈີນ​ຈະ​ບໍ່​ປິດ​ປະ​ຕູ​ສູ່​ພາຍນອກ​ແລະຈະ​ເປີດ​ໃຫ້​ກວ້າງກວ່າ​ເກົ່າ​ອີກ.

ທ່ານ​ວາງ​ຫູ້​ໜິງ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ແລະ​ກ່າວ​​ປາ​ໄສວ່າ, ຈົດ​ໝາຍອວຍ​ພອນ​ຂອງ​ທ່ານ​ປະ​ທານ​ສີ​ຈິ້ນ​ຜິງໄດ້​ສະ​ແດງ​​ໃຫ້​ເຫັນ​ເຖິງ​ການ​ເຂົ້າ​ໃຈ​ເລິກ​ຕໍ່​ທ່ວງ​ທ່າ​ພັດ​ທະ​ນາ​ອິນ​ເຕີ​ເນັດ​ໃນ​ທົ່ວ​ໂລກ​ການ​ກຳ​ແໜ້ນກົດ​ເກນ​ຄຸ້ມ​ຄອງ​ການ​ພັດ​ທະ​ນາ​ຊ່ອງ​ຫວ່າງ​ອິນ​ເຕີ​ເນັດ​ຢ່າງ​ຖືກ​ຕ້ອງ​ພ້ອມ​ດ້ວຍຄວາມ​ປາດ​ຖະ​ໜາ​ອັນ​ຈິງ​ໃຈ​ຕໍ່​ຈີນ​ຮ່ວມ​ກັບ​ບັນ​ດາ​ປະ​ເທດ​ໃນໂລກ​ພັດ​ທະ​ນາ​ອິ​ນ​ເຕີ​ເນັດ​ແລະ​ເສດ​ຖະ​ກິດ​ດີ​ຈິ​ຕອນ. ​ໃນ​ບົດ​ລາຍ​ງານ ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 19 ຂອງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ປະ​ທານ​ສີ​ຈິ້ນ​ຜິງ​ໄດ້ບັນ​ລະ​ຍາຍ​ຢ່າ​ງ​ເລິກ​ເຊິ່ງ​ຕໍ່​ການ​ຍຶດ​ໝັ້ນ​ເສັ້ນ​ທາງ​ພັດ​ທະ​ນາ​ໂດ​ຍ​ສັນ​ຕິ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມະ​ນຸດ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​ທາງ​ອິນ​ເຕີ​ເນັດ​ແລະ​ເສດ​ຖະ​ກິດ​ດີ​ຈິ​ຕອນ, ບໍ່​ພຽງ​ແຕ່​​ໄດ້ສະ​ເໜີ​ຄວາມ​​ຮຽກຮ້ອງ​​ຕ້ອງ​ການ​ໃໝ່​ຕໍ່​ການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​​ຂອງຈີນ​ເທົ່າ​ນັ້ນ, ຍັງ​ໄດ້​ສະ​ໜອງ​ໂອ​ກາດ​ໃໝ່​ໃຫ້​ຈີນ​ກັບ​ບັນ​ດາ​ປະ​ເທດໃນ​ໂລກ​ດຳ​ເນີນ​ການ​ຮ່ວມ​ມື​ທາງ​ອິນ​ເຕີ​ເນັດ. ​ແນວ​ໃດ​ກໍ​ດີ, ຈີນ​ຍິນ​ດີ​ພ້ອມ​ກັບ​ບັນ​ດາ​ປະ​ເທດ, ​ກຳໂອ​ກາດ​ປະ​ຫວັດ​ສາດ​ແຫ່ງການ​ພັດ​ທະ​ນາ​ອິນ​ເຕີ​ເນັດ​, ຖື​ເສດ​ຖະ​ກິດ​ດີ​ຈິ​ຕອນ​ເປັນ​ກຳ​ລັງ​ຊຸກ​ຍູ້​ອັນ​ສຳ​ຄັນ, ຊຸກ​ຍູ້​ຊ່ອງ​ຫວ່າງ​ອິນ​ເຕີ​ເນັດ​ເປີດ​ປະ​ຕູ, ຮ່ວມ​ມື, ແລກ​ປ່ຽນແລະ​ຊົມ​ໃຊ້​ຮ່ວມ​ກັນ, ​ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ໃນ​ຊ່ອງ​ຫວ່າງ​ອິນ​ເຕີ​ເນັດ. ຕ້ອງ​ສົ່ງ​ເສີມ​ການ​ປະ​ດິດ​ສ້າງ​ໃໝ່, ເພີ່ມ​ທະ​ວີ​ພະ​ລັງ​ຊີ​ວິດ​​ການພັດ​ທະ​ນາ, ຊຸກ​ຍູ້​ການ​ເປີດ​ປະ​ຕູ​ແລະ​ການ​ຮ່ວມ​ມື, ເປີດກວ້າງ​ຊ່ອງ​ຫວ່າງ​ພັດ​ທະ​ນາ, ຊຸກ​ຍູ້​​ການຊົມ​ໃຊ້​ຮ່ວມ​ກັນ, ​ປັບ​ປຸງ​ພື້ນ​ຖານ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ນັ້ນ​ໃຫ້​ໝັ້ນ​ຄົງ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ເຕົ້າ​ໂຮມ​ກຳ​ລັງ​ພັດ​ທະ​ນາ​ຮ່ວມ​ກັນ, ຊຸກ​ຍູ້​ຄວາມ​ປອດ​ໄພ​ແລະ​ຄວບ​ຄຸມ​ໄວ້ໄດ້, ສ້າງ​ລະ​ບຽບ​ອັນ​ດີ​ງາມ, ສ້າງ​ຊ່ອງ​ຫວ່າງ​ອິນ​ເຕີ​ເນັດ​​ທີ່​ປ​ອດ​, ​ໝັ້ນ​ທ່ຽງ​ແລະຈະ​ເລີນ​ຮຸ່ງ​ເຮືອງ​.

ມື້​ດຽວ​ກັນ, ທ່ານ​ວາງ​ຫູ້​ໜິງ​ຍັງ​ໄດ້ພົບ​ປະ​ຜູ້​ແທນ​ແຂ​ກ​​ຈີນ​ແລະ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ, ແລະ​ຊົມ​ງານ​ວາງ​ສະ​ແດງ​ທີ່​ມີ​ຊື່​ວ່າ​ແສງ​ຂອງ​ອິນ​ເຕີ​ເນັດ.

ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 4 ​ຈະຈັດ​ຂຶ້ນ​ແຕ່​ວັນ​ທີ 3 ຫາ ວັນ​ທີ 5 ທັນ​ວາ​ນີ້. ​ພາຍ​ໃຕ້ຫົວ​ຂໍ້ " ພັດ​ທະ​ນາ​ເສດ​ຖະ​ກິດ​ດີຈິ​ຕອນ, ຊຸກ​ຍູ້​ການ​ເປີດ​ປະ​ຕູ​ແລະ​ການ​ຊົມ​ໃຊ້​ຮ່ວມ​ກັນ---ຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​​ຮ່ວມ​ຊາຕາ​​ກຳຊ່ອງ​ຫວ່າງ​ອິນ​ເຕີ​ເ​ນັດ". ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ເຕົ້າ​ໂຮມ​ແຂກ 1500 ທ່ານ​ທີ່​ມາ​ຈາກ​ 80 ກວ່າ​ປະ​ເທດ​ແລະ​ພາກ​ພື້ນ​ຂອງ 5 ທະ​ວີບທົ່​ວ​ໂລກ, ລວມ​ທັງ​​ຜູ້​ແທນ​ລັດ​ຖະ​ບານ, ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຜູ້​ນຳໜ້າວິ​ສາ​ຫະ​ກິດ​ອິນ​ເຕີ​ເນັດ, ຜູ້​ທີ່​ມີ່​ຊື່​ສຽງ​​ໂດ່ງດັງ​ທາງ​ອິ​ນເຕີ​ເນັດ, ຜູ້​ສ່ຽວ​ຊານ​ແລະ​ນັກ​​ວິ​ຊາ​ການ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ