ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 4 ເປີດ​ເຜີຍຜົນ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ​ໃນ​ໂລກ
2017-12-04 17:17:02  cri 

ຕອນ​ບ່າຍ​ວັນ​ທີ 3 ທັນ​ວາ​ນີ້, ກອງ​ປະ​ຊຸມ​ອິນ​ເຕີ​ເນັດ​ໂລກ​ຄັ້ງ​ທີ 4 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ອູ​ເຈີ້ນ ແຂວງ​ເຈີ້​ຈ່ຽງ ສ​ປ ຈີນ​ໄດ້​ເປີ​ດ​ເຜີຍ​ຜົນ​ງານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ທັນ​ສະ​ໄໝ​ ດ້ານ​ອິ​ນ​ເຕີ​ເນັດ​ຂອງ​ໂລກ​ 2017 ຢ່າງ​ເປັນ​ທາງ​ການ​ໂດຍທ່ານອູ​ເຮີ​ສວນ ບັນ​ດິດ​ສະ​ຖາ​ບັນ​ວິ​ສະ​ວະ​ກຳ​ຈີນ, ປະ​ທານ​ສະ​ມາ​ຄົມ​ອິນ​ເຕີ​ເນັດ​ຈີນ​ໃຫ້​ຮູ້​ວ່າ: ​ນັບແຕ່​ເດືອນ​ຕຸ​ລາ​ປີ​ຜ່ານ​ມາ​​ເຖິງວັນ​ສຸດ​ທ້າຍ​ຂອງ​ການ​ຮັບ​ສະ​ໝັກ​ຜົນ​ງານດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ໄດ້​ຮັບ​ສະ​ໝັກ​ຜົນ​ງານປະ​ດິດ​ສ້າງ​ໃນ​ຂົງ​ເຂດ​ອິນ​ເຕີ​ເນັດ​ຈາກ​ປະ​ເທດ​ຕ່າງໆ​ເປັນ​ຕົ້ນ​ຈີນ​ແລະ​ອາ​ເມ​ລິ​ກາເກືອບ 1000 ​ລາຍການ​ ແລະ​ຫຼັງລົງ​ຄະ​ແນນ​ສຽງ​ມີ 18 ຜົນ​ງ​ານໂດດ​ເດັ່ນປະ​ຈຳ​ປີ 2017 ​ເຊິ່ງກວມ​ເອົາ​ທັງ ລະ​ບົບ​ໂທ​ລະ​ຄົມ 3GPP 5G ທີ່​ກຽມ​ໃຊ້​ທາງ​ທຸ​ລະ​ກິດ​ຂອງ​ບໍ​ລິ​ສັດ​ຫົວ​ເຫວີຍ, ເຕັກ​ນິກ​ ARM, ສະ​ຕິ​ປັນ​ຍາ​ທຽມ(AI)xiaoiceຂອງ​ໄມ​ໂຄ​ຣ​ຊ໊ອບ, ລະ​ບົບ​ນຳ​ທາງ​ດາວ​ທຽມ​ເປີຍ​ໂຕ, ​ການລິງ​ຂໍ້​ມູນ 5G ທຳ​ອິດ​ຂອງ​ໂລກ​ທີ່​ນຳ​ໃຊ້ໝວດ​ແຜ່ນ​ຊິບ 5Gຂອງ​ບໍ​ລິ​ສັດQualcomm ແລະ​ອື່ນໆ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ