ໃນກອງປະຊຸມອິນເຕີເນັດໂລກຄັ້ງທີ 4 ທີ່ຈັດຂຶ້ນໃນວັນທີ 3 ທັນວານີ້, ພາກສ່ວນທີ່ກ່ຽວຂ້ອງຈາກຫຼາຍປະເທດເຊັ່ນ: ຈີນ,ລາວ,ອາຣັບບີ ຊາອຸດິດ,ແຊັກບີ,ໄທ,ຕວກກີແລະອາຣັບເອມີເຣດເປັນຕົ້ນໄດ້ຮ່ວມກັນສະເໜີ "ຂໍ້ລິເລີ່ມການຮ່ວມມືສາກົນເສດຖະກິດດີຈີຕອນຂອງໜຶ່ງແລວທາງໜຶ່ງເສັ້ນທາງ"ເຊິ່ງຖືເປັນການເປີດໜ້າໃໝ່ການຮ່ວມມືດ້ານເສດຖະກິດດີຈີຕອນຂອງໜຶ່ງແລວທາງໜຶ່ງເສັ້ນທາງ.
ຂໍ້ລິເລີ່ມດັ່ງກ່າວປະກອບດ້ວຍການເປີດກວ້າງການເຊື່ອມອິນເຕີເນັດສາຍກວ້າງ,ຍົກສູງຄຸນນະພາບຂອງອິນເຕີເນັດສາຍກວ້າງ,ຊຸກຍູ້ການຫັນແບບດີຈີຕອນ,ຊຸກຍູ້ການຮ່ວມມືດ້ານການຄ້າເອເລັກໂຕຣນິກ,ສະໜັບສະໜູນການດຳເນີນທຸລະກິດແລະການປະດິດສ້າງໃໝ່ດ້ວຍເຄືອຂ່າຍອິນເຕີເນັດ,ຊຸກຍູ້ການພັດທະນາວິສາຫະກິດຂະໜາດກາງແລະນ້ອຍ,ເພີ່ມທະວີການອົບຮົມສີມືການຫັນເປັນດີຈີຕອນ,ຊຸກຍູ້ການລົງທຶນໃນຂົງເຂດເຕັກນິກໂທລະຄົມແລະຂໍ້ມູນຂ່າວສານ,ຊຸກຍູ້ການຮ່ວມມືດ້ານເສດຖະກິດແບບດີຈີຕອນລະຫວ່າງຕົວເມືອງ,ຍົກສູງລະດັບການກວມລວມແບບດີຈີຕອນ,ສົ່ງເສີມນະໂຍບາຍເສດຖະກິດດີຈີຕອນທີ່ໂປ່ງໃສ,ຊຸກຍູ້ການຮ່ວມມືຕາມມາດຖານສາກົນ,ເພີ່ມຄວາມໝັ້ນໃຈແລະຄວາມໄວ້ເນື້ອເຊື່ອໃຈກັນ,ສົ່ງເສີມຊຸກຍູ້ການຮ່ວມມືພ້ອມທັງເຄົາລົບເສັ້ນທາງການພັດທະນາດ້ວຍຕົນເອງ,ສົ່ງເສີມການຮ່ວມກັນສ້າງສະພາບແວດລ້ອມເຄືອຂ່າຍອິນເຕີເນັດທີ່ມີສັນຕິພາບ,ຄວາມໝັ້ນຄົງ,ການເປີດປະຕູ,ການຮ່ວມມືແລະຄວາມເປັນລະບຽບຮຽບຮ້ອຍ,ສົ່ງເສີມສ້າງກົນໄກແລກປ່ຽນທີ່ມີຫຼາຍຮູບແບບ.