ລົດ​​ຖີບ​ສາ​ທາ​ລະ​ນະຈີນ​ມີ​ໜ້າ​ຢູ່ອາ​ຟ​ຣິ​ກາ
2017-12-04 16:16:30  cri 


ໃນ​ໂອ​ກາດ​ຈັດກິດ​ຈະ​ກຳ​ຂີ່​ລົດ​ຖີບຢູ່​ນະ​ຄອນ​ຫຼວງ​ໄນ​ໂຣ​ບີ​ປະ​ເທດ​ເຄນ​ຢາ, ທ່ານ ຮູ​ເຫວີຍ​ເຫວີຍ ຜູ້​ກໍ່​ຕັ້ງ​ຜະ​ລິດລົດ​ຖີບ​ສາ​ທາ​ລະ​ນະ Mobike ໄດ້​ສົນ​ທະ​ນາກັບ​ທ່ານ ເອ​ຣິກ ໂຊວ​ເຮັມ ຫົວ​ໜ້​າ​ໂຄງ​ການ​ສິ່ງ​ແວດ​ລ້ອມ​ສະ​ຫະ​ປະ​ຊາ​ຊາດ​ຫຼື UNEP .ກິດ​ຈະ​ກຳ​ຂີ່​ລົດ​ຖີບ "ໂລກ​ປອດ​ມົນ​ລະ​ພິດ" ທີ່​ໂຄງ​ການ​ສິ່ງ​ແວດ​ລ້ອມ​ສະ​ຫະ​ປະ​ຊາ​ຊາດ​ແລະ​ບໍ​ລິ​ສັດ​ລົດ​ຖີບ Mobike ຈີນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ໄນ​ໂຣ​ບີ​ປະ​ເທດ​ເຄນ​ຢາ​ໃນ​ວັນ​ທີ 3 ທັນ​ວາ​ນີ້​ໄດ້​ນຳ​ລົດ​ຖີບ​ສີ​ໝາກ​ກ້ຽງ 70 ຄັນ​ຈາກ​ຈີນເຂົ້າ​ສູ່​ອາ​ຟ​ຣິ​ກາ​ເປັນ​ຄັ້ງ​ທຳ​ອິດ.
1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ