ອັດກອງ​ປະ​ຊຸມສົນ​ທະນາລະດັບສູງລະຫວ່າງພັກກອມມູນິດຈີນແລະພັກການເມືອງໃນທົ່ວໂລກ
2017-12-04 16:06:05  cri 
ກອງ​ປະ​ຊຸມ​​ສົນ​ທະ​ນາ​ລະ​ດັບ​ສູງ​ລ​ະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ແລະ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ​ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 3 ທັນ​ວາ​ນີ້, ທ່ານ​ຢາງ​ແຈ​ສື ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທີ່​ປຶກ​ສາ​ແຫ່ງ​ລັດ​ຈີນ​ເຂົ້າ​ຮ່ວມ.

ທ່ານ​ຢາງ​ແຈ​ສື ກ່າວ​ວ່າ, ສູນ​ທອນ​ພົດ​ທີ່​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະ​ທານ​ປະ​ເທດ​ຈີນ​ກ່າວ​ໃນ​ພິ​ທີ​ໄຂ​ກອງ​ປະ​ຊຸມ​ນັ້ນ, ໄດ້​ບັນ​ລະ​ຍາຍ​ຈຸດ​ຢືນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິ​ນ​ໃຈ​ອັນ​ເດັດ​ດ່ຽວ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ພ້ອມຮ່ວມ​ກັບ​ພັກ​ການ​ເມືອງ​ຕ່າງໆ​ໃນ​ທົ່ວ​ໂລກ​ເພື່ອ​ຊຸກ​ຍູ້​​ການພັດ​ທະ​ນາ, ແບ່ງ​ປັນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ຮ່ວມ​​ກຳ​ຊາ​ຕາ​ກຳ​ຂອງ​ໂລກ. ຂະ​ນະ​ທີ່ບັນ​ດາ​ຝ່າຍ​ກໍ​ຕີ​ລາ​ຄາ​ສູງ​ຕໍ່​ສູນ​ທອນ​ພົດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ, ແລະ​ເຫັນ​ພ້ອມ​ຕໍ່​ການ​ປະ​ກອບ​ສ່ວນ​​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ລວມ​ທັງ​ຫວັງ​ໃຫ້ຈີນ ​ເສີມ​ຂະ​ຫຍາຍ​ບົດ​ບາດ​​ການນຳ​ພາ​ຕື່ມ​ອີກ.

ທ່ານ​ຢາງ​ແຈ​ສື​ຊີ້​ໃຫ້​ເຫັນ​ອີກ​ວ່າ, ການ​ທີ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ໂລກ​ທີ່​ສວຍ​ງາມ​ແມ່ນ​ພາ​ລະ​ກິດ​ທີ່​ຍິ່ງ​ໃຫຍ່. ​ເຊິ່ງພັກ​ການ​ເມືອງ​ແລະ​ນັກ​ການ​ເມືອງ​ຄວນ​​ແບກຫາບ​ໜ້າ​ທີ່​ປະ​ຫວັດ​ສາດ, ​ສ້າງ​ຕົນ​ເປັນ​ຜູ້​ຮັກ​ສາ​ສັນ​ຕິ​ພາບ​ຂອ​ງ​ໂລກ, ຜູ້​ປະ​ກອບ​ສ່ວນ​ດ້ານ​ການ​ພັດ​ທະ​ນາ​ຂອງ​ໂລກ​ແລະ​ຜູ້​ຮັກ​ສາ​ລະ​ບຽບ​ສາ​ກົນ​ຕະ​ຫຼອດ​ໄປ; ຄວນ​ເສີມ​ຂະ​ຫຍາຍ​​ການ​ປະ​ຕິ​ບັດ​ຕົວ​ຈິງ, ມີ​ຄວາມ​ຮັບ​ຜິດ​ຊອບ​ການ​ເມືອງ​ດ້ານ​ຊີ້​ນຳ​ແນວ​ຄິດ, ລະ​ດົມ​ຈິດ​ໃຈ​ແລະ​ສຶກ​ສາ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ; ຄວນ​ສ້າງ​ສະ​ຕິ​ປະ​ດິດ​ສ້າງ​ໃໝ່​ຮອບ​ດ້ານ, ຍຶດ​ໝັ້ນ​ສາຍ​ຕາ​ຫຼາຍ​ຝ່າຍ, ສາຍ​ຕາ​ພັດ​ທະ​ນາ​ແລະ​ສາຍ​ຕາ​ເປີດ​ປະ​ຕູ; ຍຶດ​ໝັ້ນ​ຊີ້​ນຳ​ວິ​ທີ​ແກ້​ໄຂ​ບັນ​ຫາ, ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ພັດ​ທະ​ນາ​ເຊິ່ງ​ເປັນ​ພາ​ລະ​ກິດ​ສູງ​ສົ່ງ​ຂອງມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ; ຄວນ​ຕັ້ງ​ໃຈ​ສ້າງ​ເວ​ທີ​ແລກ​ປ່ຽນ, ເພື່ອ​ເຮັດ​ໃຫ້​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​​ປະ​ເທດ​ຕ່າງໆ​ໃກ້​ຊິດກວ່າ​ເກົ່າຢ່າງ​ແທ້​ຈິງ. ພັກ​ກອມ​ມູ​ນິດ​ຈີນ​ຍິ​ນ​ດີ​ປັບ​ປຸງ​ແລະ​ລົງ​ເລິກ​ສາຍ​ພົວ​ພັນ​ຮ່​ວມ​ມື​ມິດ​ຕະ​ພາບ​ກັບ​ພັກ​ການ​ເມືອງ​ຂອງ​ປະ​ເທດ​ຕ່າງໆ, ເພື່ອ​ປະ​ກອບ​ສ່ວນ​ກຳ​ລັງ​ຂອງ​ພັກ​ການ​ເມືອງ​ໃນ​ການ​ກໍ່​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ​ແລະ​ຮ່ວມ​ກັນ​ສ້າງ​ໂລກ​ທີ່​ສວຍ​ງາມ.

ໃນ​ພິ​ທີ​ປິດ​ປະ​ຊຸມ​ໄດ້​ຮັບ​ຮອງ "ຂໍ້​ລິ​ເລີ່ມ​ປັກ​ກິ່ງ"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ