ເວທີປຶກສາຫາລືການຮ່ວມມືດ້ານການສຶກສາຊັ້ນສູງຈີນ-ລາວຄັ້ງທຳອິດໄດ້ຈັດຂຶ້ນຢູ່ນະຄອນນານນິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນໃນວັນທີ 1 ທັນວານີ້ ໂດຍຜູ້ຊ່ຽວຊານ ແລະຜູ້ຕາງໜ້າ 100 ທ່ານຈາກມະຫາວິທະຍາໄລ, ໂຮງຮຽນອາຊີບຊັ້ນສູງ ແລະສະຖາບັນຄົ້ນຄວ້າວິທະຍາສາດ 30 ແຫ່ງເຂົ້າຮ່ວມ ປຶກສາຫາລືການພັດທະນາການສຶກສາຊັ້ນສູງຂອງລາວ, ການຮ່ວມມືດ້ານການສຶກສາຊັ້ນສູງຈີນ-ລາວ, ການສຶກສາຄົ້ນຄວ້າການສອນພາສາລາວ ແລະການແລກປ່ຽນວັດທະນາທຳຈີນ-ອາຊຽນ.
ທ່ານສາສຍຂອງ ສາຍນະສິນ ຫົວໜ້າກົມການສຶກສາຊັ້ນສູງທີ່ຂຶ້ນກັບກະຊວງສຶກສາທິການ ແລະກີລາລາວກ່າວວ່າ: ໃນຊຸມປີຜ່ານມາ, ຈີນໄດ້ຊ່ວຍເຫຼືອທັງວັດຖຸ, ທຶນຮອນ ແລະປະສົບການໃຫ້ແກ່ປະເທດຕົນ ແລະໄດ້ຍົກລະດັບບຸກຄະລາກອນທີ່ດີຢ່າງຫຼວງຫຼາຍ ໂດຍສະເພາະໃນຊຸມປີ 1960, ຈີນໄດ້ສະໜອງທຶນຊ່ວຍປະຊາຊົນລາວກໍ່ສ້າງໂຮງຮຽນ 67 ເຊິ່ງໄດ້ຍົກລະດັບບຸກຄະລາກອນໃຫ້ປະເທດຕົນຫຼາຍກວ່າ 1000 ຄົນ ເຊິ່ງສ່ວນຫຼາຍໄດ້ກາຍເປັນບຸກຄະລາກອນທີ່ສຳຄັນໃນການສ້າງສາປະເທດຊາດ. ຂ້າພະເຈົ້າຫວັງວ່າ ສອງປະເທດຈະສືບຕໍ່ລົງເລິກການຮ່ວມມືດ້ານການສຶກສາ, ເລັ່ງຝຶກອົບຮົມບຸກຄະລາກອນ ເພື່ອຊຸກຍູ້ການປະຕິບັດຍຸດທະສາດການພັດທະນາຂອງສອງປະເທດ.