ລັດ​ຖະ​ບານ​ໄທ​ຮັບ​ຮອງ​ບົດ​ລາຍ​ງານ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ໂຄງ​ການ​ລົດ​ໄຟ​ໄທ-ຈີນ​ໄລ​ຍະ 1
2017-12-05 10:13:19  cri 
ເວັບ​ໄຊ​ລັດ​ຖະ​ບານ​ໄທ​ລາຍ​ງານ​ຂ່າວ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ: ລັດ​ຖະ​ບານ​ໄດ້​ຮັບ​ຮອງ​ບົດ​ລາຍ​ງານ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ໂຄງ​ການ​ທາງ​ລົດ​ໄຟ​ໄທ-ຈີນ​ໄລ​ຍະ 1 ຢ່າງ​ເປັນ​ທາງ​ການ​ແລ້ວ​ເມື່ອ​ມໍ່​ໆ​ນີ້.

ພາກ​ສ່ວນ​ຮັບ​ຜິດ​ຊອບ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທີ່​ຂຶ້ນ​ກັບ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ແລະ​ສິ່ງ​ແວດ​ລ້ອມ​ໄທ​ເປີດ​ເຜີຍ​ທາງ​ເວັບ​ໄຊຂອງ​ຕົນ​ວ່າ: ຄະ​ນະ​ກຳ​ມະ​ການ​ສິ່ງ​ແວດ​ລ້ອມ​ແຫ່ງ​ຊາດ​ໄທ​ໄດ້​ຮັບ​ຮອງ​ເອົາ​ບົດ​ລາຍ​ງານ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງ​ໂຄງ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ໄທ-ຈີນ​ໄລ​ຍະ 1 ຕອນ​ບາງກອກ​ຫາ​​ນະ​ຄອນ​ຣາ​​ຊະ​ສີ​ມາ, ສ່ວນ​ຕອນ​ທີ​​ໜຶ່ງ​ຄື​ຕອນ​ບາງ​ກອກ​ຫາ​ພະ​ຈີ​ກໍ​ໄດ້ຮັບ​ຮອງ​ແລ້ວກ່ອນ​ໜ້າ​ນີ້, ​ໝາຍ​ຄວາມ​ວ່າ ລັດ​ຖະ​ບານ​ໄດ້​ຮັບ​ຮອງ​ບົດ​ລາຍ​ງານ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ຂອງໂຄງ​ການ​ທາງ​ລົ​ດ​ໄຟ​ໄທ-ຈີນ​ໄລ​ຍະ 1 ​ແລ້ວ100%.

ທ່ານ​ອາ​ຄົມ ເຕີມ​ພິດ​ທະ​ຍະ​ໄພ​ສິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະນາ​ຄົມ​ໄທ​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 4 ທັນ​ວາ​ນີ້​ວ່າ: ຫຼັງ​ຜ່ານ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ແລ້ວ, ຄາດ​ວ່າ​ຈະ​ລົງ​ມື​ກໍ່​ສ້າງ​ໂຄງ​ການ​​ທາງ​ລົດ​ໄຟ​ໄທ-ຈີນໃນ​ທ້າຍ​ເດືອນ​ທັນ​ວາ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ