ອົງການ​ສະຫະ​ປະຊາ​ຊາດ​ເນັ້ນ​ສ້າງ​ໂລກ​ບໍ່​ມີ​ມົນ​ລະ​ພິດ
2017-12-05 15:31:44  cri 

ວັນ​ທີ 4 ທັນວາ​ນີ້, ​ອົງການ​ສະຫະ​ປະຊາ​ຊາດ​​ໄດ້​ຈັດ​ກອງ​ປະຊຸມ​ດ້ານ​ສິ່ງ​ແວດ​ລ້ອມຄັ້ງ​ທີ 3 ຢູ່ນະຄອນຫຼວງ​ແນ​ໂລ​ປີປະ​ເທດ​ເກນ​ຢາ ​​ໂດ​ຍມີຜູ້ນຳ​ຈາກ​ວົງ​ການ​ການ​ເມືອງ, ​ການ​ຄ້າ ​ແລະ​ອົງການຈັດ​ຕັ້ງ​ສັງຄົມ​ກວ່າ 4000 ຄົນ​ເຂົ້າ​ຮ່ວມ​ ​ແລະ​ກອງ​ປະຊຸມ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 3 ມື້​ນັ້ນ​ຈະ​ປຶກສາຫາລື​ເຖິງ​ມາດຕະການຕ້ານ​​ມົນ​ລະ​ພິດ.

ກອງ​ປະຊຸມຈະ​ສຸມ​ໃສ່​ຫາລື​ໃນ​ຫົວ​ຂໍ້​ການ "ສ້າງໂລກ​​ບໍ່​ມີ​ມົນ​ລະ​ພິດ" ​​ເຊິ່ງຈະ​ຮ່ວມ​ກັບ​ລັດຖະບານ, ວິ​ສາ​ຫະກິດ, ອົງການ​ຈັດ​ຕັ້ງສັງຄົມ​ ​ແລະ​ປະຊາຊົນ ​ເພື່ອ​ຕ້ານ​ບັນຫາ​ມົນ​ລະ​ພິດ. ນອກຈາກ​ນີ້, ກອງ​ປະຊຸມ​ຈະ​ອອກ​ມະຕິ​ເພື່ອ​ຮັບ​ມື​ກັບສິ່ງ​ທ້າ​ທາຍດ້ານ​ສິ່ງ​ແວດ​ລ້ອມຢ່າງຮີບດ່ວນ.

ທ່ານ​ເອດກາ ກຸຍ​ເຕຍ​ເຣດ ລັດຖະມົນຕີ​ກະຊວງ​ສິ່ງ​ແວດ​ລ້ອມ ​ແລະ​ພະລັງງານ​ກອສຕາ​ລີ​ກາ, ປະທານ​ກອງ​ປະຊຸມ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ວ່າ: ​ເປົ້າ​ໝາຍຂອງ​ຄວາມ​​ເປັນ​ເອກະ​ພາບ​ກັນຄືນຳ​ໃຊ້​ມາດຕ​ະການ​ທີ່​ມີ​ປະສິດ​ທິຜົນ​ເພື່ອ​ຫຼຸດຜ່ອນ​ມົນ​ລະ​ພິດ. ທັງ​ນີ້​ຖ້າ​ພະຍາຍາມ​ຮ່ວມ​ກັນ ຈຶ່ງ​ຈະສາມາດ​​ເຮັດໃຫ້​ໂລກປອດ​ມົນ​ລະ​ພິດ ​ແລະສາມາດ​ຊ່ວຍ​ຊີວິດຂອງ​ມວນ​ມະນຸດ​ໄດ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ