ຜູ້​ສ້າງ​ປ່າ​ໄມ້​ໄຊ້​ຫານປ້າໄດ້​ຮັບ "​ລາງວັນ​ຜູ້​ປົກ​ປ້ອງ​ໂລກ​" ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ
2017-12-06 11:46:17  cri 


ວັນ​ທີ 5 ທັນ​ວາ​ນີ້, ອົງ​ການ​ສິ່ງ​ແວດ​ລ້ອມ​ສະ​ຫະ​ປະ​ຊາ​ຊາດ(UNEP) ປະ​ກາດ​ວ່າ: ຜູ້​ສ້າງ​ສວນ​ປ່າ​ໄມ້​ໄຊ້​ຫານ​ປ້າເມືອງ​ເສີງ​ເຕີ​ແຂວງ​​ເຮີ​ເປີຍ​ຂອງ​ຈີນ​ໄດ້​ຮັບ "​ລາງວັນ​​ຜູ້​ປົກປ້ອງ​​ໂລກ" ເຊິ່ງ​ເປັນລາງວັນກຽດ​ຕິ​ຍົດ​ສູງ​ສຸດ​ໃນ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປີ 2017.


ສວນ​ປ່າ​ໄມ້​ໄຊ້​ຫານ​ປ້າ​ຕັ້ງ​ຢູ່​ພາກ​ເໜືອ​ແຂວງ​ເຮີ​ເປີຍ​ປະ​ເທດ​ຈີນ ກວມ​ເນື້ອ​ທີ່ 9 ໝື່ນ 3 ພັນ​ເຮັກ​ຕາ. ເນື່ອງ​ຈາກ​ໄດ້​ຕັດ​ຕົ້ນ​ໄມ້​ເກີນ​ໄປ​ໃ​ນ​ໄລ​ຍະ​ຜ່ານ​ມາ ສົ່ງ​ຜົນ​ໃຫ້ດິນ​ນັບ​ມື້​ນັບ​ຊຸດ​ໂຊມ​ລົງ ດິນ​ຊາຍ​ຈາກ​ທະ​ເລ​ຊາຍ​ຢູ່​ທາງ​ພາກ​ເໜືອ​ຖືກ​ລົມ​ພັດ​ເຂົ້າ​ສູ່​ປັກ​ກິ່ງ​ຢ່າງ​ຮຸນ​ແຮງ. ເມື່ອປີ 1962, ເຈົ້າ​ໜ້າ​ທີ່​ປ່າ​ໄມ້​ຫຼາຍ​ຮ້ອຍ​ຄົນ​ໄດ້​ເລີ່ມ​ປູກ​ຕົ້ນ​ໄມ້​ຢູ່​ເຂດ​ດັ່ງ​ກ່າວ ແລະ​ຈາກຄວາມ​ພະ​ຍາ​ຍາມ​ຂອງ​ຄົນ 3 ຮຸ່ນ​ສາ​ມາດ​ຍົກ​ອັດ​ຕາ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ຈາກ 11,4% ເປັນ 80%. ປັດ​ຈຸ​ບັນ,ປ່າ​ໄມ້​ດັ່ງ​ກ່າວ​ໄດ້​ສະ​ໜອງ​ນ້ຳ​ສະ​ອາດ 137 ລ້ານ​ແມັດ​ກ້ອນ​ຕໍ່​ປີໃຫ້​ແກ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ແລະ​ກຳ​ແພງ​ນະ​ຄອນ​ທຽນ​ສິນ,ຂະ​ນະ​ດຽວ​ກັນ​ໄດ້​ປ່ອຍ​ອົກຊີ​ແຊນ​ປະ​ມານ 5 ແສນ 4 ໝື່ນ 5 ພັນ​ໂຕນ.


"​ລາງວັນ​ຜູ້​ປົກປ້ອງ​ໂລກ​" ໄດ້​ເລີ່ມ​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2005,ແມ່ນ​ລາງວັນ​ສູງ​ສຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ບຸກ​ຄົນ​ແລະ​ອົງ​ການ​ຈັດ​ຕັ້ງ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທີ່​ດີ​ເດັ່ນ​ຂອງ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ