ທ່ານ ສີ​ຈິ້ນ​ຜິງ ສົ່ງສານ​ຊົມ​ເຊີຍຕໍ່​ການ​ຈັດເວ​ທີ​ປຶກ​ສາ​ຫາ​ລື​ໂລກ​ຊັບ​ສົມ​ບັດ​ກວາງ​ໂຈ່ວປີ 2017
2017-12-06 16:46:09  cri 
ຕາມ​ຂ່າວCRI: ໃນ​ໂອ​ກາດ​ໄຂເວ​ທີ​ປຶກ​ສາ​ຫາ​ລື​ໂລກ​ຊັບ​ສົມ​ບັດ​ປີ 2017​ ​ຢູ່​ເມືອງກວາງ​ໂຈ່ວ​ແຂວງກວາງ​ຕຸ້ງ​ຈີນ​ໃນ​ວັນ​ທີ 6 ທັນ​ວາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານ​ຊົມ​ເຊີຍກອງ​ປະ​ຊຸມ. ​ໂດຍ​ຢືນ​ຢັນ​ວ່າ: ​ຈີນ​ຈະ​ບໍ່​ຢຸດການ​​ເປີດ​ປະ​ຕູ​ ແຕ່ນັບ​ມື້​ຈະ​ເປີດກວ້າງ​ອອກ, ສະ​ພາບ​ແວດ​ລ້ອມ​​ການ​ດຳ​ເນີນ​ທຸ​ລະ​ກິດ​ຈະ​ຍິ່ງ​ເປີດ​ເຜີຍ,ໂປ່ງ​ໃສ​ແລະເປັນ​ລະ​ບຽບ​ຮຽບ​ຮ້ອຍ.

​ເວ​ທີ​ປຶກ​ສາ​ຫາ​ລື​ດັ່ງ​ກ່າວ​ເນັ້ນ​ຫົວ​ຂໍ້ "ການ​ເປີດ​ປະ​ຕູ​ແລະ​ການ​ປະ​ດິດ​ສ້າງ​ໃໝ່: ສ້າງ​ສະພາບ​ເສດ​ຖະ​ກິດ​ໃໝ່", ສຸມ​ໃສ່​ບັນ​ຫາ​ທີ່​ສຳ​ຄັນ​ທີ່​ຜະ​ເຊີນ​ໃນ​ການ​ພັດ​ທະ​ນາ​ຂອງ​ໂລກ,ຮ່ວມ​ກັບບັນ​ດາ​ທ່ານ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ແລກ​ປ່ຽນ​ແລະ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ ເຊິ່​ງ​ນີ້​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ຕໍ່​ການຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ