ມີ​ຜູ້​ເສຍ​ຊີວິ​ດຈາກ​ນ້ຳ​ຖ້ວມ​ຢູ່​ພາກ​ໃຕ້​ໄທ​ແລ້ວ 15 ຄົນ
2017-12-06 10:55:36  cri 
ວັນ​ທີ 5 ທັນວາ​ນີ້, ທ່ານຈາ​ຍະ​ພົນ ທິຕິ​ສັກ ຫົວໜ້າ​ພະ​ແນ​ກປ້ອງ​ກັນ​ໄພພິບັດ​ທີ່ຂຶ້ນ​ກັບ​ກະຊວງ​ພາຍ​ໃນ​ໄທ​ກ່າວ​ວ່າ​: ນັບ​ແຕ່​ວັນ​ທີ 25 ພະຈິກຫາ​ວັນ​ທີ 4 ທັນວາ​ນີ້, ນ້ຳ​ຖ້ວມ​ຢູ່​ 10 ​ແຂວ​ງພາກ​ໃຕ້​ໄທ​ໄດ້​ເຮັດ​ໃຫ້ຢ່າງ​ໜ້ອຍ 15 ຄົນ​ເສຍ​ຊີວິດ​ແລ້ວ ​ແລະປະຊາຊົນ​ກວ່າ 1 ລ້ານ​ຄົນ​​ເດືອດຮ້ອນ.

ທ່ານຈາ​ຍະ​ພົນ​ກ່າວ​ວ່າ: ພະ​ແນ​ກ​ຕົນ​ກຳລັງ​ປະສານ​ສົມທົບ​ກັບ​​ທ້ອງ​ຖິ່ນ ​ແລະພາກ​ສ່ວນ​ທີ່​ກ່ຽວຂ້ອງ​ເລັ່ງຊ່ວຍ​ເຫຼືອ​ຜູ້​ປະສົບ​ໄພ​ໂດຍ​ການສົ່ງ​ວັດ​ຖຸສິ່ງ​ຂອງ​, ສ້າງຈຸດ​ພັກ​ຊົ່ວຄາວ ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ