​ຄະ​ນະ​ຜູ້​ແທນວິ​ສາ​ຫະ​ກິດ​ລົດ​ໄຟ​ຄວາມ​ໄວ​ສູງ​ອິນ​ໂດ​ເນ​ເຊຍ​​ຊອກ​​ໂອ​ກາດ​ຮ່ວມ​ມື​ຢູ່​ຈີນ
2017-12-06 16:27:41  cri 
ຄະ​ນະ​ຜູ້​ແທນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ໄຟ​ອິນ​ໂດ​ເນ​ເຊຍ​ 48 ຄົນ​ໄດ້​ເດີນ​ທາງ​ມາ​ທັດ​ສະ​ນະ​ສຶກ​ສາ​ຢູ່​ສູນ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ ເພື່ອ​ຊອກ​ຮູ້​ວິ​ທີ​ການອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ລົດ​ໄຟ​ຄວາມ​ໄວ​ສູງ, ເຕັກ​ນິກ ແລະ ຕ່ອງ​ໂສ້​ຂອງຂະ​ແໜງ​ການ​ລົດ​ໄຟ​ຄວາມ​ໄວ​ສູງ ພ້ອມ​ທັງ​ຊອກ​ຫາ​ໂອ​ກາດ​​ຮ່ວມ​ມື.

ຄະ​ນະ​ຜູ້​ແທນ​ດັ່ງ​ກ່າວ​ໄດ້​ເດີນ​ທາງ​ດ້ວຍ​ລົດ​ໄຟ​ຄວາມ​ໄວ​ສູງ​ຈີນ​ຈາກ​ນະ​ຄອນກວາງ​ໂຈ່ວ​​ສູ່ະ​ຄອນຫຼວງ​ປັກ​ກິ່ງ, ໄດ້​ຢ້ຽມ​ຊົມ​ວິ​ທະ​ຍາ​ໄລ​ເຕັກ​ນິກວິ​ຊາ​ຊີບ​ລາງ​ລົດ​ໄຟຫຼິວ​ໂຈ່ວ ແລະ ບໍ​ລິ​ສັດ​ເອ​ເລັກ​ໂຕ​ຣນິກທັນ​ສະ​ໄໝ​ຈົ່ງ​ເຊີ​ຈູ່​ໂຈ່ວ. ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ມາ​ດຽນ​ນູ​ສ໌ ປ​ຣາ​ມູ​​ດ​ຢາ ຫົວ​ໜ້າ​ພະ​ແນກ​ການ​ເງິນ​ບໍ​ລິ​ສັດ​ຜະ​ລິດ​ລົດ​ໄຟ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ, ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ຈາ​ກາ​ຕາ-ບັນ​ດຸງ​ທີ່​ອິນ​ໂດ​ເນ​ເຊຍ​ຮ່ວມ​ມື​ກັບ​ຈີນ ພວມ​ເລັ່ງ​ການ​ກໍ່​ສ້າງ​ຢູ່ ເຊິ່ງ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍດ​ຢ່າງ​ໃຫຍ່ຫຼວງ​ໃຫ້​ແກ່​​ປະ​ເທດ​ຕົນ ແລະ ຫວັງ​ຮ່ວມ​ມື​ກັບ​ບໍ​ລິ​ສັດ​ຈີນ​ໃນ​ການ​ອົບ​ຮົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ດ້ານ​ຕ່າງໆ ເຊັ່ນ: ຄຸ້ມ​ຄອງ​ການ​ຜະ​ລິດ​ລົດ​ໄຟ, ຄວາມ​ປອດ​ໄພ​ຂອງ​ຜະ​ລິດ​ຕະ​ພັນ, ການ​ອົບ​ຮົມ​​ຜູ້ບັນ​ຊາລົດ​ໄຟ ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ