ຈີນຊີ້​ແຈງ​ກໍ​ລະ​ນີ​ທີ່ເຮືອ​ປະ​ມົງ​ຈີນ​ຖືກ​ອິນ​ໂດ​ເນ​ເຊ​ຍ​ກັກໄວ້
2017-12-07 11:31:32  cri 
ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 6 ທັນ​ວາ​ນີ້, ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້ຊີ້​ແຈງ​ກ່ຽວ​ກັບ​ກໍ​ລະ​ນີ​ເຮືອ​ປະ​ມົງ​​ຈີນ​ຖືກ​ອິນ​ໂດ​ເນ​ເຊ​ຍ​ກັກ​​ໄວ້ໃນ​ຫວ່າງ​ມໍ່ໆ​ນີ້.

ມີ​ນັກ​ຂ່າວ​ຖາມ​ໂດຍ​ອ້າງ​ຕາມ​ແຫຼ່ງຂ່າວ​ແຈ້ງວ່າ: ຫວ່າງມໍ່​ໆ​ມາ​ນີ້, ກະ​ຊວງ​ການ​ປະ​ມົງ​ແລະ​ວຽກ​ງານ​ທາ​ງທະເລ​ອິນ​ໂດ​ເນ​ເຊຍ​ໄດ້​ກັກ​​ເຮືອ​ປະ​ມົງ​ ​ຈີນ​ລຳ​ໜຶ່ງໄວ້ພ້ອມ​ທັງ​ໄດ້​ຈັບ​ຊາວ​ປະ​ມົງ​ຢູ່​ເຮືອ 21 ຄົນ. ຫຼັງ​ພົບເຮືອ​ປະ​ມົງ​ ​ຈີນ​ໄດ້​ເຄື່ອນ​ໄຫວ​ຢ່າງ​ຜິດ​ກົດ​ໝາຍ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ​ຂອງ​ອິນ​ໂດ​ເນ​ເຊຍ. ເລື່ອງ​ນີ້ ​ຈີນ​​ມີ​ຂໍ້​ມູນ​ທີ່​ກ່ຽວ​ຂ້ອງ​ຫຼື​ບໍ່?

​ທ່ານ ເກີງ​ສວງ ກ່າວໃນ​ເລື່ອງ​ນີ້​ວ່າ: ກ່ຽວ​ກັບ​ເຫດ​ການ​ທີ່​ທ່ານ​ຖາມນັ້ນ, ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ຈີນ​ພວມ​​ດຳ​ເນີນ​ການແກ້​ໄຂ. ຕາມ​ຂ້າ​ພະ​ເຈົ້າ​ໄດ້​ຊາບ, ເຮືອ​ປະ​ມົງ​ລຳ​ດັ່ງ​ກ່າວ​ໄດ້​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ທີ່​ກ່ຽວ​ຂ້ອງ​ໂດຍ​ໄດ້​ຮັບ​ອະ​ນຸ​ມັດ​ຈາກ​ລັດ​ຖະ​ບານຕີ​​ມໍ ເລ​ສ​ເຕ​ແລ້ວ. ພວກ​ຂ້າ​ພະ​ເຈົ້າ​ໄດ້​​ຕິດ​ຕໍ່​ພົວ​ພັນກັບ​ອິນ​ໂດ​ເນ​ເຊຍ​ແລະ​ຕີ​ມໍ ​ເລ​ສ​ເຕ​ໂດຍ​ຜ່ານ​ຊ່ອງ​ທາງ​ການ​ຕ່າງ​ປະ​ເທດ ແລະຊຸກ​ຍູ້ໃຫ້​ແກ້​ໄຂ​ເຫດ​ການ​ດັ່ງ​ກ່າວ​ຢ່າງ​ເໝາະ​ສົມ ເພື່ອ​ໃຫ້​ຊາວ​ປະ​ມົງ​ຈີນ​ໄດ້​ຮັບ​ການ​ປ່ອຍ​ຕົວ​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ