ຫຼາຍ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ຊີ້ອາ​ເມ​ລິ​ກາ​ຮັບ​ຮອງ​​ເຢ​ລູ​ຊາ​ແລມ​ເປັນ​ນະ​ຄອນ​ຫຼວງ​ຂອງ​ອິ​ສ​ຣາ​ແອນ​ອາດ​ຈະ​ເກີດ "ຄວາມ​ອັນ​ຕະ​ລາຍ​ຢ້ອນ​ຫຼັງ"
2017-12-07 14:13:33  cri 
​ຈາກ​ກໍ​ລະ​ນີ​ທີ່​ທ່ານ​ໂດ​ນັນ ທ​ຣຳ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາຈະ​ປະ​ກາດ​ຮັບ​ຮອງ​ເຢ​ລູ​​ຊາ​​ແລມ​ເປັນ​ນະ​ຄອນ​ຫຼວງ​ຂອງ​ອິ​ສ​ຣາ​ແອນນັ້ນ​ໄດ້​ເກີດ​ປະ​ຕິ​ກິ​ລິ​ຍາ​ຈາກ​ປະ​ເທດ​ຕາ​ເວັນ​ອອກ​ກາງ​ເຊັ່ນປາ​​ແລັ​ສ​ຕິນ, ຊອກ​ດາ​ນີ, ເອ​ຢິບ​ແລະ​ອື່ນໆ, ຂະ​ນະ​ທີ່ສັນ​ນິ​ບາດ​​ອາ​ຣັບ​ກ່າວ​ວ່າ, ການ​ກະ​ທຳ​ຂອງ​ອາ​ເມ​ລິ​ກາອາ​ດ​ຈະສົ່ງ​ຜົນ​ເຮັດໃຫ້​ເກີດ "ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ອັນ​ຕະ​ລາຍ".

ທ່ານ​ນາ​​ບິນ ອາ​ບູ ​ໄດ​ນາ, ໂຄ​ສົກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ປາ​ແລັ​ສ​ຕິນ​ກ່າວ​ໃນ​ຕອນ​ຄ່ຳ​ວັນ​ທີ 5 ທັນ​ວາ​ນີ້​ວ່າ, ປະ​ເທດ​ຕົນ​ເດັດ​ດ່ຽວ​ຄັດ​ຄ້ານ​ຂໍ້​ຕົກ​ລົງ​ຂອງ​ອາ​ເມ​ລິ​ກາ​ທີ່​ຍ້າຍ​ສະ​ຖານ​ທູດ​ຈາກ​ເຕ​ລາ​ວິ​ຟຢາ​ໂຟ​ໄປ​ເຢ​ລູ​ຊາ​ແລມ, ເຊິ່ງຂໍ້​ຕົກ​ລົງ​ດັ່ງ​ກ່າວ​ເປັນ​ສັນ​ຍານບອກ​ວ່າ​ອາ​ເມ​ລິ​ກາ​ຮັບ​ຮອງ​ເຢ​ລູ​ຊາ​​ແລມ​ແມ່ນ​ນະ​ຄອນ​ຫຼວງ​ຂອງ​ອິ​ສ​ຣາ​ແອນ​ຢ່າງ​ເປັນ​ທາງ​ການ, ​ແລະ​ການ​ກະ​ທຳ​ດັ່ງ​ກ່າວຈະ​ສ້າງ "ຜົນ​ຮ້າຍ​ຢ້ອນ​ຫຼັງ​ຢ່າງ​ໜັກ​ໜ່ວງ" ຕໍ່​ຄວາມ​ໝັ້ນ​ຄົງ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ​ກໍ​ຄື​ຂອງ​ໂລກ.

​ໃນ​ວັນ​ທ​ດຽວ​ກັນທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ​ເອ​ຢິບ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​​ວ່າ, ປະ​ທາ​ນາ​ທິ​ບໍ​ດີ​ປະ​ເທດ​ຕົນ​ເຕືອນ​ວ່າ, ແຜນ​ການ​ຍ້າຍ​ສະ​ຖານ​ທູດ​ປະ​ຈຳ​ອິ​ສ​ຣາ​ແອນ​ຈາກເຕ​ລາ​ວິ​ຟຢາ​ໂຟ​ໄປ​ເຢ​ລູ​ຊາ​​ແລມ​ຂອງ​ອາ​ເມ​ລິ​ກາ​​ນັ້ນຈະ​ເຮັດ​ໃຫ້ "ສະ​ຖາ​ນະ​ການ​ຕາ​ເວັນ​ອອກ​ກາງ​ສັບ​ສົນ​ກວ່າ​ເກົ່າ".

ທ່ານ​ອາ​ມັດ ອັບ​ດູນ ເກັດ, ເລ​ຂາ​ທິ​ການ​ໃຫຍ່​ສັນ​ນິ​ບາດ​ອາ​ຣັບ​ກ່າວ​ໃນ​ວັນດຽວ​ກັນ​ວ່າ, ແຜນ​ການ​ຂອງອ​າ​ເມ​ລິ​ກາ​ແມ່ນ​ການ​ກະ​ທຳ​ທີ່​ອັນ​ຕະ​ລາຍ. ຖ້າ​ຕົກ​ລົງ​ຈຶ່ງຈະ​ສົ່ງ​ຜົນ​ກະ​ທົບ​​ຢ່າງໜັກ​ໜ່ວງ​ຕໍ່​ຄວາມ​ໝັ້ນ​ຄົງພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ຕາ​ເວັນ​ອອກ​ກາງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ