ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ 2017 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ເຈິ້ງໂຈ່ວ
2017-12-07 15:56:54  cri 
ຕາມ​ຂ່າວ CRI: ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ 2017 ຈະ​ຈັດ​ຂຶ້ນດ​ຢູ່​ນະ​ຄອນ​ເຈິ້ງ​ໂຈ່ວ​ເທດ​ສະ​ບານ​ແຂວງ​ເຫີ​ນານ ສ​ປ ຈີນ​ໃນ​ວັນ​ທີ 8 ທັນ​ວາ​ນີ້ໂດຍ​ການ​ເປັນ​ເຈົ້າ​ພາບ​ຮ່ວມ​ຂອງວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ຫຼື CRI ແລະ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ເຈິ້ງ​ໂຈ່ວ, ແລະ​ມີນັກ​ຮ້ອງ 13 ຄົນ​ຈາກ​ຈີນ​ແລະ 10 ປະ​ເທດ​ອາ​ຊຽນ​ຈະ​ຮ້ອງ​ເພງ​ຮ່ວມ​ກັນ.

ນັກ​ຮ້ອງ​​ອາ​ຊຽນ​ທີ່​ຈະເຂົ້າ​ຮ່ວມ​ງານ​ຮ້ອງ​ເພງ​ຄັ້ງ​ນີ້​ປະ​ກອບ​ມີ: ທ້າວ Alilah ນັກ​ຮ້ອງບ​ຣູໄນ,  ທ້າວ Chhorn Sovannareach ນັກ​ຮ້ອງ​ກຳ​ປູ​ເຈຍ, ທ້າວ Petra Sihombing  ນັກ​ຮ້ອງ​ອິນ​ໂດ​ເນ​ເຊຍ, ທ້າວອະ​ທິ​ສັ​ກ ​ຣັດຕະ​ນະ​ວົງ ນັກ​ຮ້ອງ​ລາວ, ນາງ Shila Mmzah ນັກ​ຮ້ອງ​ມາ​ເລ​ເຊຍ, ນາງ PoPo ນັກ​ຮ້ອງ​ມຽນ​ມາ, ທ້າວ Christian Bautista ນັກ​ຮ້ອງ​ຟີ​ລິບ​ປິນ, ນາງ​ TAN TZE KIA ນັກ​ຮ້ອງ​ສິງກ​ະ​ໂປ, ນາງ ​ກອນ​ພະ​ສອນ ດວຍ​ຊຽນ​ກ​ລາວ ນັກ​ຮ້ອງ​ໄທ, ນາງ ໂດ​ທິ​ແທ໋ງຮວາ ນັກ​ຮ້ອງ​ຫວຽດນາມ. ​ໂດຍນັກ​ຮ້ອງ​ເຫຼົ່າ​ນີ້​ລ້ວນ​ແຕ່​ມີ​ແຟນ​​ເພງຢ່າງ​ຫຼວງ​ຫຼາຍ​ໃນ​ປະ​ເທດ​ຕົນ. ສ່​ວນ​ນັກ​ຮ້ອງ​ຂອງ​ຈີນ​ກໍ​​ປະ​ກອບ​ມີ​ທ້າວ​ຫຼຽນ​ຊູ້, ນາງ​ເສີງ​ຊີ​ແລະ​ທ້າວ​ຈ່າງ​ຈ້ຽນ​ຊຸນ.

ນັກ​ຮ້ອງ​ຈີນ​ແລະ​ອາ​ຊຽນ​ຈະ​ຮ້ອງ​ເພງ​ດັງ​ທີ່​​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປັນ​ເອ​ກະ​ລັກ​ຂອງ​ປະ​ເທດ​ຕົນ​ໃນ​ງານ​ຮ້ອງ​ເພງ​ມິດ​ຕະ​ພາບ​ຈີນ-ອາ​ຊຽນ. ສຳ​ລັບທ້າວອະ​ທິ​ສັ​ກ ​ຣັດຕະ​ນະ​ວົງ ນັກ​ຮ້ອງ​ລາວ​ເຈົ້າ​ຂອງ​ຜົນ​ງານ​ເພງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ເປັນ​ເພງ​ຣ໊ອກ​ລາວ​ທີ່​ມີ​ຊື່​ສຽງ​ແລະ​ໄດ້​ຮັບ​ຄວາມ​ການ​ຍ້ອງ​ຍໍ​ຊົມ​ເຊີຍຈາກ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ