ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຢູ່​ເຊີ​ແນວ​ປະ​ສົບ​ບັນ​ຫາ
2017-12-08 10:14:14  cri 
ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ທີ 8 ​ໂດຍການ​ເປັນ​ປະ​ທານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ນັ້ນ​​ໄດ້ສືບ​ຕໍ່​ ຢູ່​ເຊີ​ແນວ​ແຫ່ງ​ສວິ​ສ​ແລະ​ໃນວັນ​ທີ 7 ພະ​ຈິກ​ຜ່ານ​ມາ, ທ່ານ​ສະ​ຕາ​ຟານ ເດ ມີ​ສ​ທູ​ຣາ ທູດ​ພິ​ເສດ​​ບັນ​ຫາ​ຊີ​ຣີ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຖະ​ແຫຼງ​ຕໍ່​ສື່ມວ​ນ​ຊົນ​ຢູ່​ເຊີ​ແນວ ​ເພື່ອ​ແຈ້ງ​ສະ​ພາບ​ຄວາມ​ຄືບ​ໜ້າຫຼ້າ​ສຸດ​ຂອງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.

ທ່ານ​ສະ​ຕາ​ຟານ ເດ ມີ​ສ​ທູ​ຣາ​ກ່າວ​ວ່າ: ຫຼັງກາ​ນ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກ່ຽວ​ກັບ​ບັນ​ຫາ​ຊີ​ຣີ​ຮອບ​ທີ 8 ທີ່​ຈັດ​ຂຶ້ນ​ມາ​ແຕ່​ວັນ​ທີ 28 ພະ​ຈິກ​ຜ່ານ​ມາ​ໄດ້​ໂຈະປະ​ຊຸມ​ເປັນ​ໄລ​ຍະ​ສັ້ນ​ແລ້ວ ກໍ​ໄດ້​ຈັດ​ຂຶ້ນ​ຄືນ​ໃໝ່​ໃນ​ວັນ​ທີ 5 ທັນ​ວາ​ນີ້ ເຊິ່ງ​ສອງ​ມື້​ຜ່ານ​ມາ, ຕົນ​ໄດ້​ເຈ​ລະ​ຈາ​ກັບ​ຄະ​ນະ​ຜູ້​ແທນ​ຝ່າຍ​ຄ້ານ​ຊີ​ຣີ​ເປັນ​ຕົ້ນ​ຕໍ ແລະ​​ປັດ​ຈຸ​ບັນ, ຄະ​ນະ​ຜູ້​ແທນ​ເຈ​ລະ​ຈາ​ຂອງ​ລັດ​ຖະ​ບານ​ຊີ​ຣີ​ໄດ້​ຢືນ​ຢັນ​ແລ້ວ​ວ່າ​ຈະ​ກັບ​ຄືນ​ມາ​ເຊີ​ແນວ​ເພື່ອ​ຮ່ວມ​ເຈ​ລະ​ຈາ​ໃນ​ວັນ​ທີ 10 ທັນ​ວາ​ນີ້. ຂະ​ນະ​ດຽວ​ກັນ,ພວກ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ເນັ້ນ​ອີກ​ເທື່ອ​ໃໝ່​ວ່າ ຫວັງ​ໃຫ້​ສອງ​ຝ່າຍ​ຕັ້ງ​ໃຈເຈ​ລະ​ຈາ​ ກ່ຽວ​ກັບ​ວາ​ລະ "4 ບັນ​ຫາ" ບົນ​ພື້ນ​ຖານ 12 ຫຼັກ​ກ​ານ ໂດຍ​ສະ​ເພາະ​ ​​ເຈ​ລະ​ຈາ​ກ່ຽວ​ກັບ ວາ​ລະ "2 ບັນ​ຫາ"ທີ່​ພວກ​ຂ້າ​ພະ​ເຈົ້າ​ໄດ້​ປະ​ກາດ​ຢູ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ຄື ການ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ແລະ​ການ​ຈັດ​ການ​ເລືອກ​ຕັ້ງ​ພາຍ​ໃຕ້​ການ​ຕິດ​ຕາມກວດ​ກາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

ທ່ານ​ເດ ມີ​ສ​ທູ​ຣາ​ຢືນ​ຢັນ​ວ່າ ຕົນ​​ຫວັງ​ໃຫ້​ຄະ​ນະ​ຜູ້​ແທນ​ລັດ​ຖະ​ບານ​ຊີ​ຣີ​ກັບ​ຄືນ​ເຊີ​ແນວ​ເພື່ອ​ຮ່ວມ​ເຈ​ລະ​ຈາ ທັງ​ຫວັງ​ໃຫ້​ສອງ​ຝ່າຍ​ຢູ່​ຊີ​ຣີເຈ​ລະ​ຈາ​ກັນແບບ​ບໍ່​ມີ​ເງື່ອນ​ໄຂ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ