ສູນ​ຄົ້ນ​ຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຈັດ​ກອງ​ປະ​ຊຸມ​ປະ​ຈຳ​ປີຄັ້ງ​ປະ​ຖົມ​ມະ​ເລີກ
2017-12-08 14:45:11  cri 
ກອງ​ປະ​ຊຸມ​ສຳ​ມະ​ນາ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ກັບ​ການ​ພັດ​ທະ​ນາ​ຮ່ວມ​ຢູ່​ເຂດ​ທະ​ເລ​ຈີນ​ໃຕ້"​ແລະ​ກອງ​ປະ​ຊຸມ​ປະ​ຈຳ​ປີຂອງ​ສູນ​ຄົ້ນ​ຄວ້າ​ທະ​ເລ​ຈີນ​ໃຕ້​ຈີນ-ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ໄຫ​ໂຂວ​ແຂວງ​ໄຫຫຼຳ ສ​ປ ຈີນ​ໃນ​ວັນ​ທີ 7 ທັນ​ວາ​ນີ້​ໂດຍ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ, ຊ່ຽວ​ຊານ, ນັກ​ວິ​ຊາ​ການ​ຂອງ​ສະ​ມາ​ຄົມ​ຜູ້​ຊົງ​ຄຸນ​ວຸດ​ທິ​ແລະ​ສະ​ຖາ​ບັນ​ຄົ້ນ​​ຄວ້າ​ຈາກ​ຈີນ,ອິນ​ໂດ​ເນ​ເຊຍ, ໄທ, ມາ​ເລ​ເຊຍ, ຫວຽດ​ນາມ,ສິງ​ກະ​ໂປ​, ຟີ​ລິບ​ປິນ​ແລະ​ປະ​ເທດ​ອື່ນໆ 70 ກວ່າ​ທ່ານ​ເຂົ້າ​ຮ່ວມ.

ກອງ​ປະ​ຊຸມ​ດັ່ງ​ກ່າວ​ຈະ​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ໂດຍ​ໄດ້​ຄົ້ນ​ຄວ້າ​ຫາ​ລື​ຫົວ​ຂໍ້​ຕ່າງໆ​ເປັນ​ຕົ້ນ ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ກັບ​ການ​ແລກ​ປ່ຽນ​ໃນ​ພາ​ກ​ພື້ນ, ໂອ​ກາດ​ແລະ​ສິ່ງ​ທ້າ​ທາຍ​ຂອງ​ເສັ້ນ​ທາງ​ສາຍ​ໄໝທາງ​ທະ​ເລ​ໃນ​ສະ​ຕະ​ວັດ​ທີ 21, ​ຄວາມ​ປອດ​ໄພ​ຂອງ​ການ​ເດີນ​ເຮືອ, ການ​ເຊື່ອມ​ຈອດ​ທາງ​ທະ​ເລ, ການ​ເຊື່ອ​ໂຍງ​ເສດ​ຖະ​ກິດ​​ຂອງ​ພາກ​ພື້ນ​ທະ​ເລ​ຈີນ​ໃຕ້​ໃນ​ຂອບ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສີ​ຟ້າ​ກັບ​ການ​ຮ່ວມ​ມື​ໃນ​ພາກ​ພື້ນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ