ຈີນ​ຈະ​ເດີນ​ຕາມ​ເສັ້ນ​ທາງ​​ພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ
2017-12-08 11:37:03  cri 
ໃນ​ຂະ​ນະ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ກອ​ງ​ປະ​ຊຸມ​ເວ​ທີ​ປຶກ​ສາ​ຫາ​ລືດ້ານ​ສິດ​ທິ​ມະ​ນຸດ​ໃຕ້-ໃຕ້​ຄັ້ງ​ທຳ​ອິດ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 7 ທັນ​ວາ​ນີ້, ທ່ານ ວາງ​ຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ປາ​ໄສວ່າ: ນັບ​ຕັ້ງ​ແຕ່​ສ້າງ​ຕັ້ງປະ​ເທດ​ຈີນ​ໃໝ່​ເປັນ​ຕົ້ນ​ມາ ແລະພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ຊາ​ຊົນ​ຈີນ​ໄດ້​ສ້າງ​ສິ່ງ​ອັດ​ສະ​ຈັນ​ແຫ່ງ​ການ​ພັດ​ທະ​ນາ​ໃນ​ປະ​ຫວັດ​ສາດ​ຂອງ​ມວນ​ມະ​ນຸດ, ໄດ້​ເປີດ​ເສັ້ນ​ທາງ​ທິດ​ຕາ​ເວັນ​ອອກ​ແບບ​ທັນ​ສະ​ໄໝ. ພາ​​ລະ​ກິດສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ປະ​ຈັກ​ຕໍ່ສາຍ​ຕາ​ຊາວ​ໂລກ ແລະສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຄື​ພວກ​ເຮົາ​ໄດ້ເດີນ​ຕາມ​ເສັ້ນ​ທາງພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ.

ທ່ານ ວາງ​ຢີ້​ ກ່າວ​ວ່າ: ນີ້​ແມ່ນ​ໜຶ່ງເສັ້ນ​ທາງ​ທີ່​ຖືເອົາ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ເປັນ​ພື້ນ​ຖານ. ພວກ​ເຮົາ​ໄດ້​ຍຶດ​ໝັ້ນ​ການ​ປະ​ສົມ​ປະ​ສານ​ສິດ​ທິ​ມະ​ນຸດ​ລະ​ຫວ່າງ​ລັກ​ສະ​ນະ​ທົ່ວ​ໄປ​ແລະ​ຄວາມ​ເປັນ​ພິ​ເສດ​ເຂົ້າ​ກັນ,ຍຶດ​ໝັ້ນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ປະ​ຊາ​ທິ​ປະ​ໄຕ​ແລະ​ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ກົມ​ກຽວກັນ,ຍຶດ​ໝັ້ນ​​ການ​ປະ​ສົມ​ປະ​ສານ​ລະ​ຫວ່າງສັນ​ຕິ​ພາບ​ແລະ​ການ​ພັດ​ທະ​ນາ​ ທັງໄດ້ພົບ​ເສັ້​ນ​ທາງພັດ​ທະ​ນາ​ສິດ​ທິ​ມະ​ນຸດ​ທີ່​ມີ​ສີ​ສນ​ພິ​ເສດ​ຂອງ​ຈີນ ເຊິ່ງ​​ເປັນ​ເສັ້ນ​ທາງ​ທີ່​ຖື​ເອົາປະ​ຊາ​ຊົນ​ເປັນ​ໃຈ​ກາງ,ຖື​ເອົາການ​ພັດ​ທະ​ນາ​ເປັນ​ວຽກ​ສຳ​ຄັນ,ຖື​ເອົາການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ເປັນ​ພື້ນ​ຖານ ແລະຖື​ເອົາ​ການ​ເປີດ​ປະ​ຕູ​ເປັນ​ກຳ​ລັງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ