ຈີນ​ຍິນ​ດີ​ຮ່ວມ​ກັບ​ຝ່າຍ​ຕ່າງໆ​​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ
2017-12-08 11:38:24  cri 
ຕາມ​ຂ່າວCRI: ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຄັ້ງ​ທີ 3 ຂອບການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ​-ແມ່​ນ້ຳ​ຂອງ​ຈະຈັດ​ຂຶ້ນ​ຢູ່​ແຂວງ​ຢຸນ​ນານ​ໃນ​ວັນ​ທີ 15 ທັນ​ວາ​ນີ້. ແລະ​ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ ເກີງສວງ ໂຄ​ສົກ​ກະ​ຊວ​ງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວ​ຢູ່​ປັກ​ກິ່ງ​ໃນ​ວັນ​ທີ 7 ທັນ​ວາ​ນີ້​ວ່າ: ໃນ​ຖາ​ນະ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ເພື່ອນ​ມິດ​ທີ່​ຈິງ​ໃຈ​ຂອງ 5 ປະ​ເທ​ດ​ລຸ່ມ​ແມ່​ນ້ຳ​ຂອງ, ຈີນ​​ຈະ​ຍຶດ​ໝັ້ນທັດ​ສະ​ນະ​ການ​ເປັນ​ມິດ​ຕໍ່​ກັນ, ມີ​ຄວາມ​ຈິງ​ໃຈ​ຕໍ່​ກັນ, ອະ​ນຸ​ເຄາະ​ຕໍ່​ກັນ ແລະ ໂອບ​ອ້ອມ​ອາ​​ລີ​ແລະທິດ​ທາງ​ການ​ຕ່າງ​ປະ​ເທດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ທີ່ເປັນ​ມິດ​ກັບ​ປະ​ເທດ​ໃກ້​ຄຽງ ແລະ ຖື​ປະ​ເທດ​ໃກ້​ຄຽງ​ເປັນ​ເພື່ອນ​ມິດ​ເປັນ, ຮ່ວມ​ກັບ​ປະ​ເທດ​ລຸ່ມແມ່​ນ້ຳ​ຂອງ ພະ​ຍາ​ຍາມ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມຊາ​ຕາ​ກຳ​ປະ​ເທດ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ ພ້ອມ​ທັງ​ສ້າງໃຫ້ເປັນ​ໂຕ​ແບບ​ທົດ​ລອງ​​ຂອງ​ການ​ສ້າງ​ປະ​ຊາ​ຄົມຮ່ວມ​ຊາ​ຕາ​ກຳ​ມວນ​ມະ​ນຸດ.

ຂ່າວ​ແຈ້ງວ່າ: ​ທ່ານ ວາງຢີ້ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ແລະ ທ່ານ ປ​ຣັກ ໂຊ​ຄອນ ລັດ​ຖະ​ມົນ​ຕີກ​ະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ການ​ຮ່ວມ​ມື​ສາ​ກົນ​ກຳ​ປູ​ເຈຍ​ຈະ​ເປັນ​ປະ​ທານ​ຮ່ວມ ໂດຍເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຈາກລາວ,ມຽນ​ມາ,ໄທ,ຫວຽດ​ນາມ​ແ​ລະ​ປະ​ເທດ​ອື່ນໆ​ເຂົ້າ​ຮ່ວມ. ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ທ່ານ ເກີງສວງ ກ່າວ​ວ່າ: ຈີນ​ຫວັງ​ເຫັນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​ເປັນ​ຕົ້ນ:"ໜຶ່ງ​ແມ່ນ​ທົບ​ທວນ​ຄືນຄວາມ​ຄືບ​ໜ້າ​ຂອງ​ການ​ຮ່ວມ​ມື,ເພີ່ມ​ທະ​ວີ​ຜົນ​ງານການ​ຮ່ວມ​ມື​ໃຫ້​ດີ​ຂຶ້ນ; ສ​ອງ​ແມ່ນ​ສະ​ຫຼຸບ​ບົດ​ຮຽນ​​ການ​ຮ່ວມ​ມື; ສາ​ມແມ່ນ​ລົ​ງ​ເລິກ​ແລກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​ກ່ຽວ​ກັບ​ທິດທາງ​ແຫ່ງ​ການ​ພັດ​ທະ​ນາ​ໃນ​ອະ​ນາ​ຄົດ​ຂອງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້າ​ນ​ຊ້າງ​ແມ່​ນ້ຳ​ຂອງ,ພະ​ຍາ​ຍາມ​ຮັກ​ສາ​ທ່າ​ອ່ຽງແຫ່ງ​ການ​ຮ່ວມ​ມື,ເປີດກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ,ສຸມ​ໃສ່​ສ້າງ​ຈຸດ​ພົ້ນ​ເດັ່ນ​ຂອງ​ການ​ຮ່ວມ​ມື ເພື່ອ​ກະ​ກຽມ​ໃຫ້​ແກ່ກອງ​ປະ​ຊຸມ​ຜູ້​ນຳ​ຄັ້ງ​ທີ 2 ໃນ​ປີ​ໜ້າ.​"
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ