ຈີນເປັນ​ຫ່ວງ​ຢ່າງສູງ​ຕໍ່​ການ​ເຊັນ​ເອ​ກະ​ສານ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ທາງ​ການລະ​ຫວ່າງ​ຟີ​ລິບ​ປິນ​ກັບ​ໄຕ້​ຫວັນ
2017-12-09 14:30:02  cri 
ກ່ຽວ​ກັບ​ເລື່​ອງ​ທີ່​ຟີ​ລິບ​ປິນ​ເຊັນ​ເອ​ກະ​ສານ​ຮ່ວມ​ມື 7 ສະ​ບັບ​ກັບ​ໄຕ້​ຫວັນ​ໃນ​ຫວ່າງ​ມໍ່ໆ​ນີ້ ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ວັນ​ທີ 8 ທັນ​ວາ​ນີ້​ວ່າ: ຝ່າຍ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ປະ​ເທດ​ທີ່​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ​ມີ​ການ​ໄປ​ມາ​ຫ​າ​ສູ່​ກັນ​ທາງ​ການ​ດ້ວຍທຸກ​ຮູບ
ແບບ​​ຫຼື​ເຊັນ​ສັນ​ຍາແລະ​ເອ​ກະ​ສານ​ຮ່ວມ​ມື​ໃດໆ​ທີ່​ມີ​ລັກ​ສະ​ນະ​ກ່ຽວ​ພັນ​ເຖິງອະ​ທິ​ປະ​ໄຕ​​ກັບ​ໄຕ້​ຫວັນ ແລະ​ໄດ້​ຕໍ່​ວ່າ​ທັກ​ທ້ວງ​ຕໍ່​ຟີ​ລິບ​ປິນ​ກ່ຽວ​ກັບ​ເລື່ອງ​ນີ້.

ໃນ​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດັ່ງ​ກ່າວ, ມີ​ນັກ​ຂ່າວ​ຖາມ​ວ່າ: ວັນ​ທີ 7 ທັນ​ວາ​ນີ້, ໄຕ້​ຫວັນ​ແລະ​ຟີ​ລິບ​ປິນ​ໄດ້​ເຊັນ​ສັນ​ຍາ​ຮ່ວມ​ມື 7 ສະ​ບັບ​ເຊັ່ນ: ສັນ​ຍ່າ​ວ່າ​ດ້ວຍ​ການ​ຄ້ຳ​ປະ​ກັນ​ການ​ລົງ​ທຶນ​ເປັນ​ຕົ້ນ.ຈີນ​ມີ​ຄຳ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ ເກີງ​ສວງ ກ່າວ​ວ່າ: "ຈີນ​ບໍ່ຄັດ​ຄ້ານ​ຕໍ່​​ການດຳ​ເນີນທຸ​ລະ​ກິດ​ການ​ຄ້າ​ແລະ​ໄປ​ມາ​ຫາ​ສູ່​ກັນຢ່າງ​ເປັນ​ປົກ​ກະ​ຕິ​ລະ​ຫວ່າງ​ໄຕ້​ຫວັນ​ແລະປະ​ເທດທີ່ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ກັບ​ຈີນ, ແຕ່​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ມີ​ການ​ໄປ​ມາ​ຫ​າ​ສູ່​ກັນ​ທາງ​ການ​ດ້ວຍທຸກ​ຮູບແບບ​​ຫຼື​ເຊັນ​ສັນ​ຍາ​ຫຼື​ເອ​ກະ​ສານ​ຮ່ວມ​​ມື​ໃດໆ​ທີ່​ມີ​ລັກ​ສະ​ນະ​ກ່ຽວ​ພັນ​ເຖິງ​ອະ​ທິ​ປະ​ໄຕກັບ​ໄຕ້​ຫວັນ​."

ທ່ານ ເກີງ​ສວງ ກ່າວ​ຕື່ມ​ວ່າ: "ພວກ​ເຮົາ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ຢ່າງ​ສູງ​ຕໍ່​ການ​ກະ​ທຳ​ລະ​ຫວ່າງ​ຟີ​ລິ​ບ​ປິນ-ໄຕ້​ຫວັນ​ດັ່ງ​ກ່າວ. ແລະໄດ້​ຕໍ່​ວ່າ​ທັກ​ທ້ວງ​ຕໍ່​​ຟີ​ລິບ​ປິນ ພ້ອມ​ທັງ​ຫວັງ​ວ່າ​​ຟີ​ລິບ​ປິນ​ສາ​ມາດປະ​ຕິ​ບັດ​ຕາມຫຼັກ​ການ​ປະ​ເທດ​ຈີນ​ດຽວ,ຫຼີກ​ເວັ້ນ​ບໍ່​ໃຫ້​ບັນ​ຫາ​ໄຕ້​ຫວັນ​ກະ​ທົບ​ແລະ​ທຳ​ລາຍ​ການພົວ​ພັນ​ລະ​ຫວ່າງ​ຈີນ-ຟີ​ລິບ​ປິນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ