ສ.ປ.ປ ເກົາ​ຫຼີ​ເຕືອນ​ອາ​ເມ​ລິ​ກາ ຢ່າດຳ​ເນີນ​ການ​​ປິດ​ລ້ອມທາງ​ທະ​ເລ
2017-12-09 16:25:03  cri 
ຕາມ​ຂ່າວ​ສານ​ຊິ່ນ​ຮ​ວາ: ວັນ​ທີ 8 ທັນ​ວາ​ນີ້, ສ.ປ​.ປ​ ເກົາຫຼີ​ເປີດ​ເຜີຍ​ວ່າ, ອາ​ເມ​ລິ​ກາ​ເຈ​ຕະ​ນາ​ຢາກ​ດຳ​ເນີນ​ການ​ປິດ​ລ້ອມ​ທາງ​ທະ​ເລ​ຕໍ່​ສ.ປ.ປ​ເກົາ​ຫຼີ, ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສົງ​ຄາມ, ຖ້າ​ສ.ປ​.ປ ເກົາຫຼີ​ປະ​ກົດ​ເຫັນ​ວ່າ, ອາ​ເມ​ລິ​ກາ​​ມີ​ການ​ກະ​ທຳ​ທີ່​ຈະ​ປິດ​ລ້ອມ​ສ.ປ.ປ​ເກົາຫຼີ​ທາງ​ທະ​ເລ​ແທ້, ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ​ເອງ​ໃນ​ທັນ​ທີ​ເພື່ອ​ເປັນ​ການ​ຕອບ​ໂຕ້​ຄືນ.

ມື້​ດຽວ​ກັນ, ຂ່າວ​ສານ​ສູນ​ກາງ​ສ.ປ.ປ​ເກົາ​ຫຼີ​ພິມ​ບົດ​ຄວາມ​ລົງ​ນາມ ໂດຍ​ກ່າວ​ວ່າ, ໄລ​ຍະ​ມໍ່ໆ​ມາ​ນີ້, ກະ​ຊວງ​ການ​ຕ່າງ​ປະ​ເທດ​ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ທຳ​ນຽບ​ຂາວ​ອາ​ເມ​ລິ​ກາ​ພາ​ກັນ​ກ່າວ​ວ່າ, ຈະ​ດຳ​ເນີນ​ການ​ປິດ​ລ້ອມ​ທາງ​ທະ​ເລ​ຕໍ່​ສ.ປ.ປ​ເກົາ​ຫຼີ, ເລື່ອງ​ນີ້​ແມ່ນ​ການ​ລ່ວງ​​ລ້ຳ​ຢ່າງ​ປ່າ​ເຖື່ອນ​ຕໍ່ປະ​ເທດ​ທີ່​ມີ​ອະ​ທິ​ປະ​ໄຕ, ແມ່ນ​ຮັບ​ເອົາ​ບໍ່​ໄດ້​ຢ່າງ​ເດັດ​ຂາດ.

ບົດ​ຄວາມ​ຂຽນ​ວ່າ, ມະ​ຕິ​ເລກ​ທີ 3314 ຂອງ​ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ກຳ​ນົດ​ວ່າ, ການ​ດຳ​ເນີນ​ການ​ຂວ້ຳ​ບາດລັກ​ສະ​ນະ​ປິດ​ລ້ອມ​ປະ​ເທດ​ທີ່​ມີ​ອະ​ທິ​ປະ​ໄຕ​ໃນ​ໄລ​ຍະ​ສັນ​ຕິ​ພາບ ແມ່ນ​ຜິດ​ກົດ​ໝາຍ.

ບົດ​ຄວາມ​ຊີ້​ອອກວ່າ, ອາ​ເມ​ລິ​ກາ​ມີ​ເຈ​ຕະ​ນາ​ຢາກ​ປິດ​ລ້ອມ​ສ.ປ.ປ​ເກົາ​ຫຼີ​ທາງ​ທະ​ເລ, ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ແຫຼມ​ເກົາ​ຫຼີ​ຕົກ​ຢູ່​​ໃນວິ​ກິດ​ການ​ທີ່ "ຄວບ​ຄຸມ​ບໍ່​ໄດ້" ແລະ ອາດ​ຈະ​ເກີດ​ສົງ​ຄາມ​ໃນ​ທຸກ​ເວ​ລາ​ໄດ້. ອາ​ເມ​ລິ​ກາ​ຄວນ​ພິ​ຈາ​ລະ​ນາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ທີ່​ອາດ​ຈະ​ກາຍ​ເປັນໄພ​ພິ​ບັດ​ໄດ້​ຂອງ​ເລື່ອງ​ນີ້, ​ຢຸດ​ເຊົາ​ການ​ເຄື່ອນ​ໄຫວ​ທີ່​ໄຮ້​ຄວາມ​ໝາຍ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ