ຈີນ​ສະ​ແດງ​​ຄວາມຍິນ​ດີ​​ໄດ້​ເຫັນ ສ.ປ.ປ​ເກົາ​ຫຼີ​ຢາກ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ໂດຍ​ກົງ
2017-12-09 16:31:32  cri 
ວັນ​ທີ 8 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ, ທ່ານ​ເກິງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ, ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ຝ່າຍ​ຕ່າງໆ ເຊິ່ງ​ລວມ​ທັງ​ຣັດ​ເຊຍ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ກັບ​ຄືນ​ສູ່​ການ​ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ເຈ​ລະ​ຈາ​ໂດຍສັນ​ຕິ​ໂດຍ​ໄວ.

ມີ​ນັກ​ຂ່າວ​ຖາມ​ວ່າ, ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 7 ທັນ​ວາ​ນີ້, ທ່ານ​ເຊີ​ເກ ລັ​ຟ​ລົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ໄດ້​ສະ​ແດງ​ປາ​ຖະ​ໜາ​ຂອງ​ສ.ປ.ປ​ເກົາ​ຫຼີ​ທີ່​ຢາກ​ເຈ​ລະ​ຈາ​ກັບ​ອາ​ເມ​ລິ​ກາ​ໂດຍ​ກົງ​ຕໍ່​ທ່ານເຣ​ກ​ສ໌ ທິ​ເລິ​ຊັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ສ.ປ.ປ​ເກົາ​ຫຼີ​ຫວັງ​ຢາກ​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ຕົນ, ຣັດ​ເຊຍ​ຍິນ​ດີ​ຊຸກ​ຍູ້​ການ​ເຈ​ລະ​ຈາ​ທີ່​ກ່ຽວ​ຂ້ອງ. ຝ່າຍ​ຈີນ​ມີ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ເລື່ອງ​ນີ້?

ທ່ານ​ເກິງ​ສວງ​ຕອບ​ວ່າ, ພວກ​ເຮົາ​ຍິນ​ດີ​ຕ້ອນ​ຮັບ​ຝ່າຍ​ຕ່າງໆ ເຊິ່ງ​ລວມ​ທັງ​ຣັດ​ເຊຍ​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ຊຸກ​ຍູ້​ໃຫ້​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ກັບ​ຄືນ​ສູ່​ການ​ແກ້​ໄຂ​ບັນ​ຫາ​ດ້ວຍ​ການ​ເຈ​ລະ​ຈາ​​ໂດຍ​ສັນ​ຕິ​ໂດຍ​ໄວ. ພວກ​ຂ້າ​ພະ​ເຈົ້າ​ກ່າວ​ຢ້ຳ​ມາ​ໂດຍ​ຕະ​ຫຼອດ​ວ່າ, ທາດ​ແທ້​ແຫ່ງ​ບັ​ນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ​ແມ່ນ​ບັນ​ຫາ​ຄວາມ​ປອດ​ໄພ, ໃຈ​ກາງ​ແມ່ນ​ຄວາມ​ຂັດ​ແຍ່ງ​ກັນ​ລະ​ຫວ່າງ​ສ.ປ.ປ​ເກົາ​ຫຼີກັບ​ອາ​ເມ​ລິ​ກາ. ໃນ​ຖາ​ນະ​ເປັນ​ຝ່າຍ​ກ່ຽວ​ຂ້ອງ​ໂດຍ​ກົງ​ຂອງ​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ, ສ.ປ.ປ​ເກົາ​ຫຼີ​ກັບ​ອາ​ເມ​ລິ​ກາ​ຄວນ​ຕິດ​ຕໍ່​ພົວ​ພັນ​ກັນ, ແກ້​ໄຂ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ. ຈີນ​ກໍ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ເລື່ອງ​ນີ້​ມາ​ໂດຍ​ຕະ​ຫຼອດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ